ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງຄອບ ຄັ້ງທີ 2 ສະໄໝທີ VII ປະຈໍາປີ 2025

ອົງການສະຫະພັນແມ່ຍິງເມືອງຄອບ ແຂວງ ໄຊຍະບູລີ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 2 ສະໄໝທີ VII ປະຈໍາປີ 2025 ໂດຍໄດ້ຈັດຂື້ນຢູ່ທີສະໂມສອນຂອງເມືອງ ໃນວັນທີ 31 ມີນາ 2026 ນີ້.

ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ລັດສະໝີ ສຸຜາລີ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຈັນ ເສດຈໍາປາ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ, ມີຮອງຫົວໜ້າຫ້ອງການ, ມີຄະນະບໍລິຫານສະຫະພັນແມ່ຍິງ, ປະທານຮາກຖານແມ່ຍິງ, ຫົວໜ້າໜ່ວຍງານສະຫະພັນແມ່ຍິງອ້ອມຂ້າງເມືອງ ພ້ອມດ້ວຍຫົວໜ້າໜ່ວຍສະຫະພັນ 4 ບ້ານເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ນາງ ລັດສະໝີ ສຸຜາລີ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມດຽວກັນນີ້ສະຫາຍ ນາງ ຕິກນີ່ ສີຈັນສຸກ ຮອງປະທານສະຫະພັນແມ່ຍິງເມືອງ ໃຫ້ກຽດຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນບາງໜ້າວຽກທີ່ຜົນເດັ່ນ: ສະຫະພັນແມ່ຍິງເມືອງມີຄະນະບໍລິຫານງານສະຫະພັນແມ່ຍິງທັງໝົດ 17 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ເອື້ອຍນ້ອງແມ່ຍິງທັງໝົດ10,905 ຄົນ, ໃນນີ້ເຂົ້າເປັນສາມະຊິກສະຫະພັນແມ່ຍິງທັງໝົດ3,206 ສະຫາຍ, ມີໜ່ວຍສະຫະພັນແມ່ຍິງທັງໝົດ 33 ໜ່ວຍ ແລະ  8 ຮາກຖານ, ມີຄະນະໜ່ວຍ ແລະ ຄະນະຮາກຖານ 139 ສະຫາຍ ແລະ ມີ 235 ຈຸຮ່ວມຊີວິດ ໃນໄລຍະທີ່ຜ່ານມາຄະນະນໍາຂອງສະຫະພັນແມ່ຍິງ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ບັນດາເຜົ່າ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ຂອງແມ່ຍິງລາວ ອັນຜົນເດັ່ນແມ່ນການປະເມີນຜົນແມ່ຍິງ 3 ດີ, ເຊິ່ງມີຜົນລະເມືອງດີ 3,206 ສະຫາຍ, ພັດທະນາດີ 3,016 ສະຫາຍ ແລະ ສ້າງຄອບຄົວດີ 2,998 ສະຫາຍ ພ້ອມດຽວກັນນີ້ຄະນະສະຫະພັນແມ່ຍິງຍັງໄດ້ມີສ່ວນຮ່ວມໃນການ ພັດທະນາເສດຖະກິດ – ສັງຄົມ ໂດຍຕິດພັນກັບການສ້າງບ້ານພັດທະນາ ເພື່ອພັດທະນາແມ່ຍິງບັນດາເຜົ່າ ໃຫ້ຫຼຸດຜົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ ພ້ອມນັ້ນກໍ່ໄດ້ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍຂອງລັດ, ສົນທິສັນຍາວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເດັກນ້ອຍ, ປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຍຶດຖືເອົາການພັດທະນາເສດຖະກິດເປັນໃຈກາງ, ແມ່ຍິງໄດ້ກາຍເປັນກໍາລັງແຮງ ອັນໃຫຍ່ຫຼວງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ເຊິ່ງເລີ່ມຈາກຂະບວນການຜະລິດກະສິກໍາ,  ຫັດຖະກໍາ ແລະ ການບໍລິການດ້ານຄ້າຂາຍສາມາດສ້າງລາຍຮັບ ໃຫ້ແກ່ຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.

ໃນນີ້ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກລັດເມືອງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa