ເມືອງເງິນ ຫວນຄືນມູນເຊື້ອ2 ວັນປະຫວັດສາດ

ວັນທີ 2 ເມສາ 2026 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 2 ປະຫວັດສາດຂອງຊາດຄື: ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ຄື: ວັນທີ 5 ເມສາ 1961-ວັນທີ 5 ເມສາ 2026  ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວລາວ ຄົບຮອບ 71 ປີຄື: ວັນທີ 14 ເມສາ 1955-ວັນທີ 14 ເມສາ 2026.   ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ,ທະນາຄານ, ອຳນວຍການໂຮງຮຽນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ,ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາ-ຮອງເລຂາ-ຄະນະຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມໜ່ວຍສຳນັກງານ, ຫ້ອງການ, ກົມກອງ, ທ່ານນາຍບ້ານເທດສະບານ, ເລຂາຊາວໜຸ່ມບ້ານ,ຫົວໜ້າ ປກສ ບ້ານເທດສະບານ ແລະ ນ້ອງນ້ອຍເຍົາວະຊົນ-ຊາວໜຸ່ມ ເຂົ້າຮ່ວມ.

ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດຂື້ນເລົ່າຫວນຄືນມູນເຊື້ອ 2 ວັນປະຫວັດສາດຄື: ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ຄື: ວັນທີ 5 ເມສາ 1961-ວັນທີ 5 ເມສາ 2026  ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວລາວ ຄົບຮອບ 71 ປີຄື: ວັນທີ 14 ເມສາ 1955-ວັນທີ 14 ເມສາ 2026. ເຊີ່ງທ່ານ ໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍ ຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃນແຕ່ລະໄລຍະ, ຜົນງານທີ່ພົ້ນເດັ່ນຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ແລະ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ກໍຄື ກຳລັງປ້ອງກັນຄວາມສະຫງົບເມືອງ​ເງິນ ຍາດມາໄດ້ໃນ 1 ປີຜ່ານມາ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງມູນເຊື່ອ ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ນັບແຕ່ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ຈົນເຖິງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ທັງໝົດນີ້ ເພື່ອເປັນການໂຄສະນາສຶກສາອົບຮົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອຂອງວັນສຳຄັນປະຫວັດສາດ ຂອງຊາດ-ຂອງພັກ.ເພື່ອເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງກຳລັງ ປ້ອງກັນຄວາມສະຫງົບ ກັບບັນດາກົມກອງ, ສຳນັກງານ-ອົງການອ້ອມຂ້າງເມືອງ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ, ໃຫ້ມີບັນຍາກາດເບີກບານ ມ່ວນຊື່ນ ສ້າງສາຍພົວພັນທີ່ດີເຊິ່ງກັນ ແລະ ກັນ.ເພື່ອຫວນຄືນມູນເຊື້ອແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ໃນພາລະກິດປະຕິວັດ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນການນຳພາໂດຍກົງຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມອົງອາດກ້າຫານ, ເສຍສະຫຼະຢ່າງພິລະອາດຫານ, ຫ້າວຫັນປະຈັນບານເຂົ້າທຸກວຽກງານຢ່າງສົມກຽດ ແນ່ໃສ່ສ້າງຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກຳແຫນ້ນມູນເຊື້ອ, ຄວາມຫມາຍ, ຄວາມສຳຄັນ, ທີ່ຕັ້ງ, ບົດບາດ, ໜ້າທີ ່ ຂອງການຈັດຕັ້ງຊາວຫນຸ່ມ, ຊາວຫນຸ່ມລາວ ບັນດາເຜົ່າ ແລະຜັນຂະຫຍາຍເປັນກິດຈະກຳຕົວຈິງ ເຂົ້າໃນພາລະກິດການເມືອງໃນໄລຍະໃຫມ່ ຂອງຕົນ.ເພື່ອສືບຕໍ່ເຕົ້າໂຮມ ແລະ ເພີ່ມທະວີການປຸກລະດົມກຳລັງແຮງສັງລວມຂອງທົ່ວສັງຄົມ ແລະຊາວຫນຸ່ມລາວບັນດາເຜົ່າ ປະຈັນບານເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃຫມ່ ໂດຍສະເພາະແມ່ນການ ສະກັດກັ້ນ ແກ້ໄຂບັນຫາດ້ານຫຍໍ້ທໍ້ທີ່ມີໃນສັງຄົມ ແລະການຊຸກຍູ້ແກ້ໄຂບັນຫາວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມລາວ ບັນດາເຜົ່າ.ເພື່ອເຮັດໃຫ້ການຈັດຕັ້ງຊາວໜຸ່ມມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຮັດໃຫ້ຊາວໜຸ່ມລາວມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້-ຄວາມສາມາດ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງຍຸກປະຈຸບັນ ແນ່ໃສ່ສ້າງໃຫ້ເປັນຜູ້ສືບທອດ ພາລະກິດຂອງພັກທີມີຄຸນນະພາບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa