

ໃນວັນທີ 31 ມີນາ 2026 ນີ້. ຢູ່ທີຫ້ອງປະຊຸມ ຫ້ອງການ-ການເງິນ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ເປີດກອງປະຊຸມ ສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂອງໜ່ວຍພັກຫ້ອງການ – ການເງິນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວິລະພົງ ອິນທະວົງ ເລຂາໜ່ວຍພັກ ຫ້ອງການ-ການເງິນ, ເຂົ້າຮ່ວມເປັນກຽດ ມີ ສະຫາຍ ອຸ່ນຄຳ ອຸບົນສັກ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີສະຫາຍທິມງານຂອງເມືອງ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ສະຫາຍ ສົມບູນ ເບົ້າຈັນ ຮອງເລຂາໜ່ວຍພັກ ໄດ້ຜ່ານ ຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025ແລະ ທິດທາງແຜນການ ປະຈຳປີ 2026 ຂອງໜ່ວຍພັກຫ້ອງການ – ການເງິນ. ໜ່ວຍພັກຫ້ອງການ-ການເງິນ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບ ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງຄະນະປະຈໍາພັກເມືອງ ມີໜ້າທີ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ໄດ້ກຳນົດໄວ້ໃນລະບຽບຂອງພັກ.ມີພາລະບົດບາດເປັນແກນນໍາທາງດ້ານການເມືອງ,ມີໜ້າທີ່ສຶກສາອົບຮົມ ແລະ ຈັດຕັ້ງນໍາພາສະມາຊິກພັກ, ພະນັກງານ-ລັດຖະກອນປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບພັກ ແລະ ລະບຽບກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ. ເຮັດບົດບາດປັບປຸງ-ກໍ່ສ້າງພາຍໃນພັກຕາມກົດລະບຽບຂອງພັກ, ໃກ້ສິດຕິດແທດມະຫາ ຊົນສ້າງເປົ້າໝາຍຂະຫຍາຍເຂົ້າພັກ; ປະກອບສ່ວນວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງບູລະນະກົງຈັກການຈັດຕັ້ງຢູ່ພາຍໃນໜ່ວຍພັກ, ຮັບປະກັນການປະຕິບັດໜ້າທີ່ການເມືອງກໍ່ຄືວຽກງານວິຊາສະເພາະໃນຂອບເຂດການນຳພາຂອງໜ່ວຍພັກຕົນຮັບຜິດຊອບ. ເຊີ່ງສະແດງອອກໃນການຊີ້ນໍາ-ນໍາພາໃນການຈັດເກັບລາຍຮັບ ແຜນລາຍຮັບທັງໝົດ 6,44ຕື້ ກີບ ໃນນີ້: ສ່ວຍສາອາກອນ 6,24 ຕື້ກີບ, ຊັບສິນຂອງລັດ 200ລ້ານ ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດເກັບລາຍຮັບໄດ້ທັງໝົດ 9,98 ຕື້ກີບ ເທົ່າກັບ 155,08% ຂອງແຜນການປີ ໃນນີ້: ຮັບຈາກສ່ວຍສາອາກອນ 9,44 ຕື້ກີບ ເທົ່າກັບ 151,25% ຂອງແຜນການປີ, ລາຍຮັບຊັບສິນ 548 ລ້ານກີບເທົ່າກັບ 274,48% ຂອງແຜນການປີ; ດ້ານລາຍຈ່າຍ: ປະຕິບັດລາຍຈ່າຍທັງໝົດ 5,73 ຕື້ກີບ ເທົ່າກັບ 100 % ຂອງແຜນການປີໃນນີ້: ລາຍຈ່າຍບໍລິຫານ 2,69 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ລາຍຈ່າຍດັດສົມ-ສົ່ງເສີມ 525 ລ້ານກີບ ເທົ່າກັບ 100% ຂອງແຜນການປີ, ລາຍຈ່າຍບັງເອີນອື່ນໆ 2,51 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.
ສຳລັບ ຜົນການຕີລາປະເມີນຜົນການປະຕິບັດໜ້າທີ່ ຂອງສະມາຊິກພັກພາຍໃນໜ່ວຍ ແລະ ຜົນສໍາເລັດການນໍາພາ-ຊີ້ນໍາຂອງໜ່ວຍພັກຜ່ານມາ, ສາມາດຢັ້ງຢືນໄດ້ ໜ່ວຍພັກ ຫ້ອງການ-ການເງີນ ຮັກສາໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.