

ພິທີປະກາດສ້າງຕັ້ງຕາແສງນາສະຫວັນ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ເມສາ 2026 ຢູ່ທີ່ເດີນກອງເຂົ້າໃຫຍ່ທີ່ບ້ານ ສົມສະຫວັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານພັກແຂວງໄຊຍະບູລີ, ມີທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງໆພຽງ, ມີບັນດາພະນັກງານທີ່ກ່ຽວຂ້ອງຂອງແຂວງ, ການນຳຂອງເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະພັດທະນາຕາແສງ, ພະນັກງານ, ທະຫານ, ຕຳຫຼວດ, ນາຍບ້ານ 51 ບ້ານພາຍໃນເມືອງພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນ 12 ບ້ານເຂດຕາແສງດັ່ງກ່າວເຂົ້າຮ່ວມ ພິທີທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງໄດ້ລາຍງານການສ້າງຕັ້ງຕາແສງນາສະຫວັນເຊິ່ງ ມີສໍານັກງານຕັ້ງຢູ່ບ້ານສົມສະຫວັນ ມີ 12 ບ້ານຂຶ້ນກັບຄື: ບ້ານນ້ຳປັງ, ບ້ານສົມສະຫວັນ, ບ້ານໜອງບົວພີ່ນ້ອງ, ບ້ານສີບຸນເຮືອງ, ບ້ານນາໂສມ, ບ້ານນາຊິງ, ບ້ານນາຕານ, ບ້ານນາບວມ, ບ້ານໜອງບົວຊາຍ, ບ້ານໂພນຊຽງ, ໜອງບົວທອງ ແລະ ບ້ານຫົວນາ ມີພົນລະເມືອງທັງໝົດ 14 ພັນກວ່າຄົນ, ຍິງ 6 ພັນກວ່າຄົນມີໜ່ວຍພັກທັງໝົດ 18 ໜ່ວຍພັກ, ໃນນີ້, ມີໜ່ວຍພັກບ້ານ 12 ໜ່ວຍພັກ, ໜ່ວຍພັກໂຮງຮຽນ 4 ໜ່ວຍພັກ, ໜ່ວຍພັກ ສຸກສາລາ 1 ໜ່ວຍພັກ ແລະ ໜ່ວຍພັກ ປກສ ກຸ່ມບ້ານ 1 ໜ່ວຍພັກ, ມີຄະນະພັກ 54 ສະຫາຍ, ຍິງ 13 ສະຫາຍ, ມີສະມາຊິກພັກທັງໝົດ 392 ສະຫາຍ, ຍິງ 136 ສະຫາຍ, ໃນນີ້: ສົມບູນ 374ສະຫາຍ, ຍິງ 132 ສະຫາຍ ແລະ ສໍາຮອງທັງໝົດ 18 ສະຫາຍ, ຍິງ 4 ສະຫາຍ ບຸກຄະລາກອນຕາແສງປະກອບມີປະທານ, ຮອງປະທານ, ຄະນະກໍາມະການ ແລະ ພະນັກງານຊ່ວຍວຽກ ແມ່ນພະນັກງານ-ລັດຖະກອນ ຂັ້ນເມືອງ ຈຳນວນ 10 ທ່ານ, ຍິງ 2 ທ່ານ ໃນນີ້, ມາຈາກຂົງເຂດລັດບໍລິຫານ 8 ທ່ານ, ຍິງ 2 ທ່ານ, ມາຈາກ ປສກ 1 ທ່ານ, ມາຈາກ ປກຊ 1 ທ່ານ ເຊິ່ງການປະກາດສ້າງຕັ້ງຕາແສງນາສະຫວັນໃນຄັ້ງນີ້ກໍ່ເພື່ອເປີດກ້ວາງໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການຂອງພາກລັດທີ່ໄດ້ລວມສູນບັນດາໜ້າວຽກຈາກຂະ ແໜງການຕ່າງໆ ຢູ່ພາຍໃນເມືອງ ລົງສູ່ຕາແສງ ແລະ ທັງເປັນການຍົກສູງທາງດ້ານການເຮັດວຽກໃຫ້ໄດ້ຮັບຄຸນນະພາບ ມີຄວາມເຊື່ອໝັ້ນ, ສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທຳ, ຮັບປະກັນໃຫ້ຂອບເຂດພື້ນທີ່ດັ່ງກ່າວ ໄດ້ຮັບການພັດທະນາພື້ນຖານໂຄງລ່າງ, ການຄ້າ, ການບໍລິການ ແລະ ວຽກງານກະສິກຳ ເພື່ອເປັນການຮອງຮັບການຂະຫຍາຍຕົວຂອງພົນລະເມືອງ ໃນອະນາຄົດ ໃນຕອນທ້າຍພິທີບັນດາຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ພ້ອມກັນລັ່ນຄ້ອງ 9 ບາດຕັດແຖບຜ້າເປີດປ້າຍເພຶ່ອເປັນສັນຍາລັກໃນການປະກາດສ້າງຕັ້ງຕາແສງນາສະຫວັນ ເມືອງພຽງ ແຂວງໄຊຍະບູລີຢ່າງເປັນທາງການ.