ເມືອງແກ່ນທ້າວ ຈັດກອງປະຊຸມຖອດຖອນບົດຮຽນ ການປະກາດສ້າງຕັ້ງຕາແສງທ້າວແກ່ນ.

ໃນວັນທີ 24 ເມສາ 2026, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການປະກາດສ້າງຕັ້ງຕາແສງທ້າວແກ່ນ. ກອງປະຊຸມໄດ້ຈັດຂຶ້ນພາຍຫຼັງສຳເລັດພິທີປະກາດສ້າງຕັ້ງຢ່າງເປັນທາງການໃນຕອນເຊົ້າຂອງວັນດຽວກັນ, ໂດຍການເປັນປະທານຂອງ ທ່ານ ປະ​ລິນ​ຍາ​ເອກ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາພັກເມືອງແກ່ນທ້າວ, ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນກອງປະຊຸມ, ທ່ານ ສີຄານ ແກ່ນມະນີ ໄດ້ຕາງໜ້າຄະນະຮັບຜິດຊອບ ຜ່ານບົດສະຫຼຸບຖອດຖອນບົດຮຽນ ເຊິ່ງໄດ້ຍົກໃຫ້ເຫັນຂັ້ນຕອນການສ້າງຕັ້ງຕາແສງທ້າວແກ່ນ ໂດຍອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ 2025) ແລະ ນິຕິກຳຕ່າງໆຂອງສູນກາງ ແລະ ຂັ້ນແຂວງ. ຕາແສງທ້າວແກ່ນ ຕັ້ງຢູ່ເທດສະບານເມືອງ, ມີເນື້ອທີ່ 42,800 ກວ່າເຮັກຕາ, ປະກອບມີ 21 ບ້ານ, 3,700 ກວ່າຄອບຄົວ, ມີພົນລະເມືອງ 18,600 ກວ່າຄົນ. ປະກອບມີກົງຈັກ 5 ໜ່ວຍງານ, ມີຄະນະພັກຕາແສງ 7 ສະຫາຍ ແລະ ບຸກຄະລາກອນບໍລິຫານ (ປະທານ 1ທ່ານ, ຮອງປະທານ 2 ທ່ານ).

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການເຮັດທົດລອງແຫ່ງທຳອິດຂອງເມືອງ ເຊິ່ງມີ ດ້ານດີ ທີ່ສຳຄັນຄື: ມີນິຕິກຳເປັນບ່ອນອີງຈະແຈ້ງ ແລະ ໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຂັ້ນເທິງ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ຜ່ານລະບົບບໍລິການ. ເປັນການຫັນການບໍລິຫານລັດລົງສູ່ຮາກຖານຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ. ຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ຊີ້ໃຫ້ເຫັນ ດ້ານອ່ອນ ບາງປະການ ເຊັ່ນ: ຄວາມເຂົ້າໃຈຂອງປະຊາຊົນຕໍ່ພາລະບົດບາດລະຫວ່າງ “ຕາແສງ” ແລະ “ບ້ານ” ຍັງບໍ່ທັນກວ້າງຂວາງ, ງົບປະມານ ແລະ ອຸປະກອນຮັບໃຊ້ໃນໄລຍະເລີ່ມຕົ້ນຍັງຈຳກັດ ແລະ ເພື່ອສືບຕໍ່ຜັນຂະຫຍາຍວຽກງານດັ່ງກ່າວ, ເມືອງແກ່ນທ້າວໄດ້ວາງແຜນການ ສືບຕໍ່ຜັນຂະຫຍາຍໄປສູ່ຕາແສງອື່ນໆໃນທົ່ວເມືອງ ແລະ ຫັນເອົາການສ້າງຕັ້ງຕາແສງ ໃຫ້ກາຍເປັນຄວາມຮັບຜິດຊອບ ຂອງແຕ່ລະຂະແໜງການຢ່າງຈະແຈ້ງຂຶ້ນຕື່ມ, ສືບຕໍ່ຄົ້ນຄວ້າ ແລະ ເຊື່ອມຊຶມ ບັນດານິຕິກຳທີ່ພົວພັນກັບການຈັດຕັ້ງປະຕິບັດວຽກງານຕາແສງ ໃຫ້ມີຄວາມເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ, ປະເມີນຄືນເປັນແຕ່ລະປີ, ມີການສະຫຼຸບລາຍງານສາຍຕັ້ງສາຍຂວາງເປັນແຕ່ລະໄລຍະ, ບັນດາຂະແໜງການຕ່າງໆຂັ້ນເມືອງ ຕ້ອງໄດ້ຫັນພະນັກງານວິຊາການສະເພາະດ້ານ ຂອງຕົນລົງຊ່ວຍຕາແສງ ເພື່ອນໍາພາຈັດຕັ້ງປະຕິບັດໃຫ້ບ້ານມີການພັດທະນາ ແລະ ເປັນການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຕີບໃຫຍ່ຈາກຂະບວນການຮາກຖານຕົວຈິງ ແລະ  ສືບຕໍ່ປະກາດການສ້າງຕັ້ງ ຕາແສງ ໃນທົ່ວເມືອງແກ່ນທ້າວ ຈຳ​ນວນ 3 ຈຸດ ຄື: ຕາແສງປາກແຄມ, ຕາແສງຫ້ວຍເລີກ-ວັງປາ ແລະ ຕາແສງດອນເມນ.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ບຳລຸງກໍ່ສ້າງພະນັກງານວິຊາການໃຫ້ເຂັ້ມແຂງ ເພື່ອເຮັດໃຫ້ການບໍລິຫານລັດຂັ້ນຕາແສງ ເປັນບ່ອນອີງທີ່ແໜ້ນແກ່ນໃຫ້ແກ່ປະຊາຊົນ ແລະ ສ້າງຄວາມທັນສະໄໝໃນການພັດທະນາທ້ອງຖິ່ນຢ່າງແທ້ຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa