ເມືອງຊຽງຮ່ອນ ປະກາດສ້າງຕັ້ງຕາແສງ ທົ່ງກາບ

ພິທີ ປະກາດສ້າງຕັ້ງຕາແສງ ທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ເມສາ 2026 ນີ້, ຢູ່ທີ່ສະໂມສອນກຸ່ມທົ່ງກາບ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ ປະທານຄະນະກຳມະການປົກຄອງແຂວງໄຊ​ຍະ​ບູ​ລີ, ທ່ານ ນາງ ຄຳຜິວ ພັນທະວົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ປະ​ທານ​ແນວລາວສ້າງຊາດ ​ແຂວງ​ໄຊ​ຍະ​ບູ​ລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີການນໍາຂັ້ນແຂວງ, ການນໍາຂັ້ນເມືອງ, ພະນັກງານອາວຸໂສບໍານານ, ຄະນະກະກຽມສ້າງຕັ້ງຕາແສງທົ່ງກາບ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ກ້ອນກໍາລັງຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກໍາມະການປົກຄອງເມືອງຊຽງຮ່ອນ ໄດ້ລາຍງານ​​ການ​ກະ​ກຽມ​ສ້າງ​ຕັ້ງ​ຕາ​ແສງ​ທົ່ງກາບ ຕໍ່ພິທີວ່າ: ຕາແສງທົ່ງກາບຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງຊຽງຮ່ອນຫ່າງ​ອອກ​ຈາກ​ເທດ​ສະ​ບານ​ເມືອຊຽງຮ່ອນ ປະ​ມານ 10,5 ກິ​ໂລ​ແມັດ ທາງທິດເໜືອຕິດກັບບ້ານລັບ ແລະ ບ້ານ ດອນຕັນ, ທາງທິດໃຕ້ຕິດກັບ​ ອໍາເພີສອງແຄວ ຈັ່ງຫວັດນ່ານ ທາງທິດຕາເວັນອອກຕິດກັບ​ອຳເພີທົ່ງຊ້າງ ຈັ່ງຫວັດນ່ານ ຣາຊາອານາຈັກໄທ, ທາງທິດຕາເວັນຕົກຕິດກັບ​ເມືອງຄອບ. ຕາແສງທົ່ງກາບເປັນເຂດພູ​­ພຽງກວມເອົາ 60% ແລະ ເຂດພູ​ດອຍ ກວມເອົາ 40%;ເຊິ່ງເປັນເຂດທີ່ມີດິນປູກຝັງທີ່ອຸດົມສົມບູນທາງດ້ານທໍາມະຊາດ,ມີນໍ້າຫຼາຍ​ສາຍໄຫຼຜ່ານເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ເປັນສິນຄ້າ ປະຊາຊົນມີມູນເຊື້ອດຸໝັ່ນ ມີຮີດຄອງປະເພນີຫຼາຍສີສັນ ເຊິ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການທ່ອງທ່ຽວທໍາມະຊາດ, ເປັນເຂດທີ່ມີຄວາມເໝາະສົມແກ່ການຄ້າຂາຍທີ່ສະດວກມີເສັ້ນທາງຫຼວງແຫ່ງຊາດ 2A ຜ່ານ ເຊິ່ງ​ເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງ​ຊຽງຮ່ອນ ແລະ ເມືອງຄອບ. ຕາແສງ ທົ່ງກາບ ມີເນື້ອທີ່ທັງໝົດ 1.895,996 ກິໂລຕາແມັດ, ປະກອບມີ 9 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານແກສີພົມ, ບ້ານນໍ້າລ້ອມ, ບ້ານສີນົກໄຊ້, ບ້ານຫ້ວຍຕອງ, ບ້ານພູລ້ານ, ບ້ານຫ້ວຍຮາກ ແລະ ບ້ານນໍ້າຄ່ອມ. ມີພົນລະເມືອງທັງໝົດ 8.542 ຄົນ, ຍິງ 4.310 ຄົນ, ມີ 1.666 ຄອບຄົວ, ມີ 123 ໜ່ວຍ ພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ, ກວມເອົາ 1,2 %, ເຜົ່າຍວນ ກວມເອົາ 14,2 %,ເຜົ່າລື້ ກວມເອົາ 17,88 %, ເຜົ່າມົ້ງ  ກວມເອົາ 29,1%,ເຜົ່າກືມມຸ ກວມເອົາ 31,24%, ເຜົ່າໄປຣ່ ກວມເອົາ 6,35 %, ເຜົ່າໄທດໍາ  ກວມເອົາ 0.01 %. ອັດຕາຄວາມໜາແໜ້ນຂອງປະຊາກອນ 22 ຄົນ/ກິໂລຕາແມັດ. ວຽກພັກ ໃນ 9 ບ້ານມີທັງໝົດ 13 ໜ່ວຍ, ໃນນີ້: ໜ່ວຍພັກ ຕາແສງ 1 ໜ່ວຍ, ​ໜ່ວຍພັກບ້ານ 9 ໜ່ວຍ, ໜ່ວຍພັກໂຮງຮຽນ 2 ໜ່ວຍ, ແລະ ໜ່ວຍພັກສຸກສາລາ 1 ໜ່ວຍ ມີ​ຄະ​ນະ​ພັກ 38 ສະ​ຫາຍ,ຍິງ6ສະ​ຫາຍ, ມີສະມາຊິກພັກທັງ​ໝົດ165 ສະ​ຫາຍ,ຍິງ51 ສະ​ຫາຍ, ໃນ​ນີ້: ສະ​ມາ​ຊິກ​ພັກ​ສົມບູນ 154ສະ​ຫາຍ,ຍິງ 44 ສະ​ຫາຍ, ສໍາຮອງ 11 ສະ​ຫາຍ,ຍິງ07 ສະ​ຫາຍ. ຄະນະກຳມະການປົກຄອງຕາແສງທົ່ງກາບມີພະນັກງານທັງໝົດ 13 ທ່ານ: ປະທານຄະນະກໍາມະການປົກຄອງຕາແສງ 1 ທ່ານ; ຮອງປະທານຄະນະກຳມະການປົກຄອງຕາແສງ 02 ທ່ານ; ຄະນະກຳມະການປົກຄອງຕາແສງ 05 ທ່ານຄວບຕໍ່າແໜ່ງຫົວໜ້າໜ່ວຍງານ; ມີພະນັກງານຜູ້ຊ່ວຍວຽກ 05 ທ່ານ ຈາກນັ້ນ, ທ່ານ ຫຸມ ມະໄລຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ ຜ່ານຂໍ້ຕົກລົງ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວ່າ​ດ້ວຍການສ້າງຕັ້ງຕາແສງ ທົ່ງກາບ ແລະ ທ່ານ ສົມບູນ ຂຽວພະນາ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງທົ່ງກາບ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຫ້ອງ​ການຕາແສງທົ່ງກາບ, ​ຂໍ້ຕົກ​ລົງ​ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ປະທານ ແລະຮອງປະທານຄະນະກຳມະການປົກຄອງຕາແສງທົ່ງກາບຄື: ຕົກລົງແຕ່ງຕັ້ງທ່ານ ສະຫງັດ ລືຊາ ເປັນປະທານຄະນະກຳມະການປົກຄອງຕາແສງທົ່ງກາບ, ແຕ່ງຕັ້ງທ່ານ ສີເມືອງ ລັກຄະນະຄຸນ ແລະ ທ່ານ ພັຕ ຄຳປ່ຽນ ວົງປະສິດ ເປັນຮອງປະທານຄະນະກຳມະການປົກຄອງຕາແສງທົ່ງກາບ ພ້ອມດ້ວຍຄະນະ ແລະ ຜູ້ຊ່ວຍວຽກອິກຈຳນວນ 5 ປະກອບຢູ່ໃນໂຄງປະກອບຂອງຕາແສງທົ່ງກາບ.

ໃນພິທີ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ດວງຕາໄຊວຸດ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ ປະທານຄະນະກຳມະການປົກຄອງແຂວງໄຊ​ຍະ​ບູ​ລີ ແລະ ຕອນທ້າຍ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍຫ້ອງການຕາແສງທົ່ງກາບ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການເລີ່ມຕົ້ນປະຕິບັດງານຂອງຕາແສງແຫ່ງທຳອິດຂອງເມືອງຊຽງຮ່ອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa