

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026 ທີ່ຫ້ອງປະຊຸມໃຫ່ຍຂອງແຂວງໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002 – 9 ກັນຍາ 2026) ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 – 2 ກັນຍາ 2026)
ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາ ວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງ ມະຫາຊົນ,ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາ ປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ນາຍທະຫານ, ນາຍຕຳຫຼວດ, ພະນັກງານນັກຮົບປະຕິວັດອາວຸໂສບຳນານ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ ສະມາຄົມຊາວຫວຽດນາມ ທີ່ອາໄສຢູ່ແຂວງໄຊຍະບູລີເຂົ້າຮ່ວມ.