

ວັນທີ 9 ກັນຍາ 2026 ນີ້, ທ່ານ ນາງ ວິລະພອນ ທອງພີມ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຍາມ ແລະ ເຮັດວຽກ ນໍາຄະນະໂຄສະນາອົບຮົມ ເມືອງ ຄອບ ແຂວງໄຊຍະບູລີ ໃຫ້ການຕ້ອນຮັບ ຂອງທ່ານ ໄລ ອິນທີບ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງໆຄອບ, ມີຫົວໜ້າ,ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.