ຝຶກອົບຮົມວຽກງານສັງລວມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຄັ້ງທີ III

ໃນວັນທີ 23 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານສັງລວມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ພາຍໃນເມືອງເງິນ ຄັ້ງທີ III . ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເງິນ, ຫົວໜ້າຄະນະສະມາຊິກສະພາ ປະຊາຊົນແຂວງປະຈໍາເມືອງ, ມີທ່ານ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ສີຈົມ ບຸນມານະທໍາ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ທິດສະດີ, ວຽກງານພັກ-ພະນັກງານ, ມີວິທະຍາກອນ ແລະ ນັກສຳມະນາກອນທີ່ມາຈາກຫ້ອງການ, ກົມກອງ ເຂົ້າຮ່ວມ.

ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ມີຄຳເຫັນກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານຂອງພັກ, ເປັນວຽກກົກ, ເປັນວຽກທີ່ເຮັດກ່ອນໝູ່ໝົດ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ ຕະຫຼອດຮອດອົງການຈັດຕັ້ງສັງຄົມ, ທັງເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດ. ວຽກງານຫາງສຽງສັງຄົມ ເປັນວຽກງານຍຸດທະສາດສຳຄັນຂອງພັກ, ເຊິ່ງຄະນະພັກທຸກຂັ້ນຕ້ອງໄດ້ກຳແໜ້ນບັນຫາທີ່ເປັນປະເດັນ ເພື່ອເປັນບ່ອນອີງໃນການວາງນະໂຍບາຍຕ່າງໆຂອງພັກ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນຍຸກສະໄໝໃໝ່, ທ່ານ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມທັງໝົດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງປະຕິບັດລະບຽບວາລະດຳເນີນພິທີຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ບັນລຸຜົນສຳເລັດຢ່າງຈົບງາມ.

ຈຸດປະສົງ: ຂອງການຝຶກອົບຮົມວຽກງານສັງລວມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ,  ຄັ້ງນີ້: ບັນດານັກສຳມະນາກອນຈະໄດ້ຄົ້ນຄວ້າ, ເຊື່ອມຊຶມ ແລະ ຍົກລະດັບຄວາມຮູ້ພື້ນຖານດ້ານວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານສັງລວມ, ຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ຈະໄດ້ດໍາເນີນເວລາ 1 ວັນເຕັມຈຶ່ງຈະອັດລົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa