ເມືອງແກ່ນທ້າວ ຈັດພິທີທຳລາຍສິນຄ້າໝົດອາຍຸ ປະຈຳປີ 2026

ໃນວັນທີ 22 ກັນຍາ 2026 ນີ້, ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫາມ ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກຳມະການກວດກາສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຫ້າມວາງຂາຍ ແລະ ຜູ້ປະກອບການທຸລະກິດພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ນາງ ເຂັມທອງ ຈິນດາມະນີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ສິນຄ້າທີ່ຖືກນຳມາທຳລາຍໃນຄັ້ງນີ້, ມີສິນຄ້າເຊື່ອມຄຸນນະພາບ (ໝົດອາຍຸ) ສິນຄ້າຫ້າມວາງຂາຍ ທັງໝົດ 5 ໝວດ, 14 ລາຍການ ມູນຄ່າລວມທັງໝົດ 2.600.000 ກວ່າກີບ, ປະກອບມີ: ໝວດເຄື່ອງດື່ມ: 4 ລາຍການ, ມູນຄ່າ 630.000 ກີບ, ໝວດເຄື່ອງສໍາອາງ: 2 ລາຍການ, ມູນຄ່າ 238.000 ກີບ, ໝວດເຂົ້າໜົມ: 4 ລາຍການ, ມູນຄ່າ 560.000 ກີບ, ໝວດຢາສູບ: 2 ລາຍການ, ມູນຄ່າ 694.000 ກີບ ແລະ ໝວດຊີ້ນສ່ວນໄກ່: 2 ລາຍການ, ມູນຄ່າ 540.000 ກີບ. ນອກຈາກນີ້, ຍັງມີສິນຄ້າທີ່ມີການປົນເປື້ອນສານເຄມີ (ສານຟໍມາລີນ) ຈຳນວນ 2 ລາຍການ ມູນຄ່າ 2.150.000 ກີບ (ໃນນີ້ລວມມີ ອາຫານທະເລ 1 ລາຍການ ມູນຄ່າ 500.000 ກີບ ແລະ ເຄື່ອງໃນສັດ 1 ລາຍການ ມູນຄ່າ 1.650.000 ກີບ).

ການຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າບໍ່ໄດ້ມາດຕະຖານໃນຄັ້ງນີ້, ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິໂພກ, ພ້ອມທັງເປັນການສຶກສາອົບຮົມ, ຕັກເຕືອນ ແລະ ຍົກສູງຄວາມຮັບຜິດຊອບຂອງບັນດາຜູ້ປະກອບການ ໃຫ້ເອົາໃຈໃສ່ກວດກາຄຸນນະພາບສິນຄ້າໃນຮ້ານຂອງຕົນຢ່າງເປັນປະຈຳ ເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນຜູ້ບໍລິໂພກຢ່າງແທ້ຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa