

ຕອນບ່າຍວັນ 21 ກັນຍາ 2026 ນີ້ ສະຫະພັນແມ່ຍິງ ເມືອງໄຊຍະບູລີ ສະຫຼຸບວຽກງານຮອບດ້ານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂື້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ,ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຮອງປະທານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງເມືອງ, ແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ນາງ ວັນນະພອນ ຖໍ່ ປະທານສະຫະພັນແມ່ຍິງເມືອງ ຂື້ນຜ່ານບົດລາຍງາຍໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ: – ປັດຈຸບັນມີສະມາຊິກສະຫະພັນແມ່ຍິງເມືອງທັງໝົດ 9,093 ທ່ານ, ມີ 112 ຮາກຖານ ໃນນີ້ ຮາກຖານບ້ານ 81 ຮາກຖານ, ຮາກຖານຫ້ອງການ 7 ຮາກຖານ, ຮາກຖານໂຮງຮຽນ 24 ຮາກຖານ ແລະ ມີ 28 ໜ່ວຍອ້ອມຂ້າງເມືອງ, ມີຄະນະບໍລິຫານງານ 23 ທ່ານ, ຄະນະຮາກຖານ 384 ທ່ານ ແລະ ຄະນະ ໜ່ວຍ 58 ທ່ານ.ອອກຂໍ້ຕົກລົງບົ່ງຕົວແຕ່ງຕັ້ງຄະນະແມ່ຍິງຊຸດໃໝ່ 12 ຮາກຖານບ້ານ ແລະ 3 ໜ່ວຍອ້ອມຂ້າງ ເມືອງຄື:ບ້ານນາຍາວ,ບ້ານນໍ້າຄາ, ບ້ານທ່ານາ, ບ້ານໂນນສະຫວັນ, ບ້ານວັງຊອຍ, ບ້ານນາຕໍນ້ອຍ, ບ້ານນ ນາໄຮ, ບ້ານລ້ອງປໍ, ບ້ານໂພນສະອາດ,ບ້ານສີມຸງຄຸນ, ບ້ານທ່າເດື່ອ, ບ້ານນໍ້າລຽບ ແລະ 3 ໜ່ວຍ: ໜ່ວຍ ວຍໂຄສະນາ-ອົບຮົມເມືອງ, ໜ່ວຍແນວລາວແລະ ໜ່ວຍຫ້ອງວ່າການເມືອງ. ຂະຫຍາຍສະມາຊິກໃໝ່ໄດ້ຈໍານວນ 177 ທ່ານ ໃນນີ້: ຂັ້ນບ້ານ 27 ທ່ານ, ນັກຮຽນ 150 ທ່ານ, ອອກໃບຍົກຍ້າຍໃຫ້ສະມາຊິກໄດ້ 77 ທ່ານ ແລະ ລຶບຊື່ສະມາຊິກແມ່ຍິງເສຍຊີວິດ 17 ທ່ານ, ວຽກສະຖາບັນການເງິນຈຸລະພາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ໜ່ວຍບໍລິການຢູ່ເມືອງ ໄຊຍະບູລີ, ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວຢູ່ ເມືອງໄຊ ຍະບູລີ ມີ 26 ກຸ່ມບໍລິການ ໃນນີ້: 25 ບ້ານ ແລະ ກຸ່ມເປັນລາຍບຸກຄົນ 1 ກຸ່ມ, ມີພະນັກງານສະຖາບັນ 3 ທ່ານ, ຍິງ 3 ທ່ານ, ມີສະມາຊິກທັງໝົດ 953 ຄົນ, ເດັກນ້ອຍ 188 ຄົນ, ມີເວຽກງານພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ. ວຽກກອງທຶນສາມັກຄີເງິນທ້ອນຂອງເອື້ອຍນ້ອງແມ່ຍີງ, ການເຄື່ອນໄຫວກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ສະຫະພັນແມ່ຍິງ ຮັບຜິດຊອບ ປະຈຸບັນມີສະມາຊິກ ກອງທຶນທັງໝົດ 3,065 ຄົນ, ເງິນກອງທຶນດັ່ງກ່າວໄດ້ນໍາໃຊ້ ເຂົ້າໃນການປະຕິບັດນະໂຍບາຍໃຫ້ເອື້ອຍນ້ອງແມ່ຍິງ ຈໍານວນ 143 ທ່ານ ຄື: ເຈັບ ເປັນນອນໂຮງໝໍ 83 ທ່ານ, ເກີດລູກ 17 ທ່ານ, ຜ່າຕັດ 26 ທ່ານ, ເສຍຊີວິດ 17 ທ່ານ. ລວມເປັນເງິນນະໂຍບາຍທັງ ໝົດ 116.500.000 ກີບ, ປະຈຸບັນເງິນຍັງ 206.893.000 ກີບ, ວຽກກອງທຶນສິນເຊື່ອ ປະຈຸບັນມີສະມາຊິກກູ້ຢືມທັງໝົດ 32 ທ່ານ ມີທຶນທັງໝົດ 224.221.000 ກີບ ໃນ 1 ປີ ຜ່ານມາໄດ້ຈັດຕັ້ງປະຕິບັດໃຫ້ສະມາຊິກກູ້ຢືມເປັນບຸກຄົນ ແລະ ໜ່ວຍດັ່ງນີ້: ປ່ອຍໃຫ້ໜ່ວຍສະຫະພັນແມ່ຍິງທີ່ຢູ່ຂັ້ນບ້ານ ແລະ ໜ່ວຍໂຮງຮຽນຢືມທັງໝົດມີ 7 ໜ່ວຍເປັນ ເງິນທັງໝົດ 80.000.000 ກີບ, ປ່ອຍໃຫ້ສະມາຊິກແມ່ຍິງທີ່ເປັນລາຍບຸກຄົນຢືມ ມີ 10 ທ່ານ ເປັນຈຳນວນເງິນ 81.683.000 ກີບ. ປະຈຸບັນຍອດເງິນຄ້າງຄັງ 71,263,000 ກີບ, ງິນຝາກທັງໝົດ 1.279.609.000 ກີບ, ຍອດເງິນກູ້ 2.267.302.000 ກີບ. ວຽກງານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີຜ່ານມາໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມເອກະສານຄໍາແນະນໍາກ່ຽວກັບການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະ ພັນແມ່ຍິງລາວ ມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົດ 8.812 ຄົນ, ຍິງ8.228 ຄົນ, ຊາຍ 588 ຄົນ ; ຜ່ານການປະເມີນ ແລະ ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ສາມາດຄັດເລືອກໄດ້ບຸກຄົນ 3 ດີ ປະເພດ I ໄດ້ 7.304 ຄົນ, ປະເພດ II : 370 ຄົນ. ລົງເຜີຍແຜ່, ເຊື່ອມຊຶມເອກະສານຄູ່ມືແນະນໍາເບື້ອງຕົ້ນ ແລະ ນໍາພາຈັດຕັ້ງປະຕິບັດການສ້າງ ຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໄດ້ 2 ບ້ານ. ໄດ້ນໍາພາຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານ ຊຸກຍູ້, ຕິດຕາມ, ກວດກາວຽກງານຮອບດ້ານ ຂອງສະຫະພັນແມ່ຍິງ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດລະບຽບ ຂອງສະຫະພັນແມ່ຍິງລາວວາງ ໄດ້ 29 ຮາກຖານບ້ານ. ຈາກນັ້ນທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ,ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກໍ່ໄດ້ມີຄໍາເຫັນແລກປ່ຽນຕໍ່ກັບວຽກງານສະຫະພັນແມ່ຍິງ ແລະ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງເມືອງ, ແລກປ່ຽນ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງຄະນະກວດກາສະຫະພັນແມ່ຍິງຕື່ມອີກ.