


ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026, ຢູ່ທີ່ຫໍປະຊຸມ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳເດືອນສິງຫາ ແລະ ວາງທິດທາງແຜນການຈຸດສຸມ ເດືອນກັນຍາ 2026. ໂດຍການເປັນປະທານຂອງ ທ່ານ ພັທ ບ່ຽງ ຈວງເທວີ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ, ໂດຍມີ ຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າພະແນກ, ປກສ ກຸ່ມບ້ານ ແລະ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ພັທ ສຸລິສັກ ສີໄຊມູນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງ ໄດ້ຜ່ານບົດສະຫຼຸບ 1 ເດືອນຜ່ານມາ, ໂດຍມີຜົນງານທີ່ສຳຄັນ ຄື: ສະພາບອາສະຍາກຳທົ່ວໄປ ເກີດຂຶ້ນ 07 ລາຍ (ເພີ່ມຂຶ້ນ 01 ລາຍ ເມື່ອທຽບໃສ່ເດືອນ 7), ສາມາດແກ້ໄຂໄດ້ 06 ລາຍ ແລະ ກັກຕົວຜູ້ຖືກຫາໄດ້ 07 ຄົນ, ການແກ້ໄຂບັນຫາຢາເສບຕິດ (ຕິດພັນກັບວາລະແຫ່ງຊາດ)ມ້າງຄະດີໄດ້ 05 ລາຍ (ຫຼຸດລົງ 08 ລາຍ), ກັກຕົວຜູ້ຖືກຫາໄດ້ 08 ຄົນ (ຍິງ 01 ຄົນ), ຍຶດຂອງກາງຢາບ້າໄດ້ 3.021 ເມັດ, ໃບກະທ້ອມ 05 ກິໂລ ແລະ ຢາແກ້ໄອ 10 ກວດ. ນອກນັ້ນ ຍັງໄດ້ນຳຕົວຜູ້ເສບຢາຄືນໃໝ່ ເຂົ້າບຳບັດດັດສ້າງ 16 ລາຍ ຈຳນວນ 28 ຄົນ, ສະພາບອຸບັດຕິເຫດ ເກີດຂຶ້ນ 01 ລາຍ (ສາເຫດຈາກການລ້ຽວຕັດໜ້າກະທັນຫັນ), ພາຫະນະ ເປ່ເພ 01 ຄັນ ແລະ ມີຜູ້ໄດ້ຮັບບາດເຈັບ 01 ຄົນ; ສະພາບເຫດການ ເກີດຂຶ້ນ 03 ເລື່ອງ.
ພ້ອມດຽວກັນນີ້, ໃນກອງປະຊຸມ ຍັງໄດ້ຜ່ານມະຕິຕົກລົງ ເລກທີ 73/ຄພຖ.ປກສ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະພັກລົງຊີ້ນຳຮາກຖານ ປກສ ກຸ່ມບ້ານ, ຜ່ານນິຕິກຳ ແລະ ຂໍ້ຕົກລົງຕ່າງໆ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ປກສ, ກົມໃຫຍ່ການເມືອງ ປກສ. ພ້ອມທັງ ໄດ້ຈັດພິທີປະດັບຊັ້ນ ໃຫ້ກ່ຽວກັບການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຢ່າງສົມກຽດ.
ຕອນທ້າຍ, ທ່ານ ພັທ ບ່ຽງ ຈວງເທວີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ກຳລັງ ປກສ ເມືອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເພີ່ມພູນຄວາມຮັບຜິດຊອບໃນວຽກງານວິຊາສະເພາະ, ກຳແໜ້ນສະພາບການທັງພາຍໃນ ແລະ ນອກຊາຍແດນ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້, ປະຕິບັດລະບຽບກຳລັງຢ່າງເຂັ້ມງວດ ແລະ ກຽມພ້ອມປະຈຳການ 24 ຊົ່ວໂມງ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນເມືອງປາກລາຍ.