

ອີງຕາມການລາຍງານຈາກ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພະຍາດອະຫິວາໝູອາຟຣິກກາ ໄດ້ລະບາດຢູ່ພາຍໃນເມືອງ ເລີ່ມແຕ່ເດືອນກໍລະກົດ 2026 ເປັນຕົ້ນມາ ໄດ້ເຮັດໃຫ້ໝູຂອງປະຊາຊົນ ແລະ ຜູ້ປະກອບການທັງແບບຟາມ ແລະ ແບບຄອບຄົວ ຕິດເຊື້ອ ແລະ ຕາຍລວມທັງໝົດ 500 ກວ່າໂຕ.ໃນຈຳນວນດັ່ງກ່າວ ລ້ຽງແບບຟາມ: 2 ຟາມ, ມີໝູຕາຍ 400 ກວ່າໂຕ ແລະ ລ້ຽງແບບຄອບຄົວ: 12 ຄອບຄົວ, ມີໝູຕາຍ 90 ກວ່າໂຕ ລວມມູນຄ່າເສຍຫາຍທັງໝົດປະມານ 418,000,000 ກີບ. ຕໍ່ກັບຈຸດທີ່ເກີດການລະບາດ, ທີມງານວິຊາການທີ່ກ່ຽວຂ້ອງໄດ້ລົງແນະນຳ ແລະ ປະຕິບັດມາດຕະການທາງດ້ານວິຊາການຢ່າງຮີບດ່ວນ ເປັນຕົ້ນແມ່ນ: ການຂ້າເຊື້ອດ້ວຍການຫວ່ານປູນຂາວ ແລະ ພົ່ນຢາຂ້າເຊື້ອຕາມຄອກໝູ, ອຸປະກອນຮັບໃຊ້ ພ້ອມທັງບໍລິເວນອ້ອມຂ້າງ, ພ້ອມທັງຫ້າມເຄື່ອນຍ້າຍອຸປະກອນທີ່ກ່ຽວຂ້ອງກັບໝູໄປຍັງເຂດອື່ນຢ່າງเດັດຂາດ.
ສຳລັບບັນດາຟາມ ແລະ ຄອບຄົວລ້ຽງໝູທີ່ຍัງບໍ່ທັນພົບການລະບາດ (ເຂດທີ່ມີຄວາມສ່ຽງ) ຈຳນວນ 100 ກວ່າຄອບຄົວ, ທາງວິຊາການໄດ້ແນະນຳໃຫ້ເຂັ້ມງວດມາດຕະການຄວບຄຸມການເຂົ້າ-ອອກ ຂອງຄົນ, ສັດ ແລະ ພາຫະນະທີ່ອາດເປັນຕົວນຳເຊື້ອ, ພ້ອມທັງ ຫວ່ານປູນຂາວ ແລະ ພົ່ນຢາຂ້າເຊື້ອເປັນປະຈຳ. ນອກຈາກນີ້, ຍັງໄດ້ລົງເກັບຕົວຢ່າງເລືອດຈາກ ຟາມຈຳນວນ 6 ຟາມ (ລວມ 12 ຕົວຢ່າງ) ສົ່ງກວດທີ່ສູນວິໄຈພະຍາດສັດ, ຊຶ່ງຜົນກວດຢັ້ງຢືນວ່າ ບໍ່ພົບເຊື້ອພະຍາດອະຫິວາໝູອາຟຣິກກາ.
ຜ່ານການຕິດຕາມ, ກວດກາ ແລະ ປະເມີນຜົນຂອງວິຊາການ, ເຫັນວ່າສະພາບການລະບາດຂອງພະຍາດດັ່ງກ່າວຢູ່ພາຍໃນເມືອງແມ່ນມີຄວາມສະຫງົບລົງແລ້ວ ໂດຍບໍ່ພົບເຫັນໝູ ສະແດງອາການເຈັບ ຫຼື ຕາຍດ້ວຍພະຍາດດັ່ງກ່າວມານັບຕັ້ງແຕ່ວັນທີ 18 ສິງຫາ 2026 ເປັນຕົ້ນມາ.
ເພື່ອສະກັດກັ້ນ ແລະ ຄວບຄຸມບໍ່ໃຫ້ເກີດການລະບາດຄືນໃໝ່, ປະຈຸບັນຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາການນຳເຂົ້າຊີ້ນສ່ວນໝູຕາມຫ້າງຮ້ານຕ່າງໆ ຈຳນວນ 15 ຮ້ານ. ຜ່ານການກວດກາພົບເຫັນການລັກລອບນຳເຂົ້າຊີ້ນສ່ວນໝູຈາກຕ່າງແຂວງ ຈຳນວນ 2 ຮ້ານ, ນ້ຳໜັກລວມ 34 ກິໂລກຣາມ, ມູນຄ່າ 1,000,000 ກວ່າກີບ, ຊຶ່ງທີມງານສະເພາະກິດໄດ້ນຳໄປ ຝັງທຳລາຍ ຕາມລະບຽບການ. ພ້ອມດຽວກັນນັ້ນ, ໜ່ວຍງານສະເພາະກິດຍัງໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດ ແລະ ມາດຕະການຫ້າມຊື້-ຂາຍ, ເຄື່ອນຍ້າຍ ຢູ່ 23 ບ້ານອ້ອມຂ້າງ.
ໃນຕໍ່ໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈະສືບຕໍ່ເພີ່ມທະວີວຽກງານຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການນຳເຂົ້າ-ສົ່ງອອກໝູ ລວມທັງຜະລິດຕະພັນຈາກໝູຢ່າງເຂັ້ມງວດ, ປະສານສົມທົບກັບກົມປະສຸສັດ ອຳເພີທ່າລີ ແຂວງເລີຍ ປະເທດໄທ ເພື່ອຮ່ວມມືກວດກາການລະບາດຕາມລຽບຕາມຊາຍແດນ, ສືບຕໍ່ໂຄສະນາໃຫ້ປະຊາຊົນຮັບຊາບ. ພ້ອມທັງປະຕິບັດການຂ້າເຊື້ອພາຫະນະຂົນສົ່ງຢູ່ 3 ຈຸດກວດກາສຳຄັນ ຄື: ຈຸດກວດກາບ້ານນາບອນ, ຈຸດກວດກາບ້ານນາແກ້ງມ້າ ແລະ ຈຸດກວດກາສາລາບ້ານກ້ວຍແຂ້.