ກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ລົງຕິດຕາມ, ຊຸກຍູ້ວຽກງານກໍ່ສ້າງພັກ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ

ໃນຕອນເຊົ້າວັນທີ 24 ກັນຍາ 2026 ນີ้້, ສະຫາຍ ຄຸນເພັງ ໄຊສະຫວາດ ຮອງຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ທີມງານ ແລະ ສະຫາຍ ຫຸມ ມະໄລຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານກໍ່ສ້າງພັກ ຢູ່ເມືອງແກ່ນທ້າວ. ໃຫ້ກຽດຕ້ອນຮັບຄະນະໂດຍ ສະຫາຍ ຈີນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ ສະຫາຍ ນາງ ມະນີວັນ ກັນດີ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ຕະຫຼອດຮອດຄະນະພັກຮາກຖານກອງບັນຊາການ ປກສ ເມືອງ, ຄະນະພັກຮາກຖານຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ໃນ​ໂອກາດດັ່ງກ່າວ, ທີມງານກົມກໍ່ສ້າງພັກ ແລະ ແຂວງ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກໃນໄລຍະຜ່ານມາ ຈາກ ໜ່ວຍພັກສິ່ງແວດລ້ອມ-ອຸທົກກະສາດ (ຂຶ້ນກັບຄະນະພັກຮາກຖານຫ້ອງການກະສິກຳ ແລະ ສິ່ງແວດລ້ອມ) ແລະ ໜ່ວຍພັກພາລາທິການ (ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງ). ຈາກນັ້ນ, ສະຫາຍ ຄຸນເພັງ ໄຊສະຫວາດ ໄດ້ມີຄໍາເຫັນແລກປ່ຽນດ້ານວິຊາການ ພ້ອມທັງໃຫ້ຄຳແນະນຳກ່ຽວກັບວິທີການນໍາພາ ແລະ ແບບແຜນວິທີເຮັດວຽກ.

ການລົງຕິດຕາມ, ຊຸກຍູ້ວຽກງານໃນຄັ້ງນີ້, ມີຈຸດປະສົງເພື່ອເກັບກໍາສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ກົດລະບຽບພັກ ສະໄໝທີ XII ແລະ ຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານກໍ່ສ້າງພັກ ເປັນຕົ້ນແມ່ນ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ, ວຽກງານການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ, ວຽກງານອອກບັດ ແລະ ມອບບັດສະມາຊິກພັກ, ວຽກງານຍົກຍ້າຍຮ່ວມຊີວິດພັກ, ວຽກງານສະຖິຕິ ແລະ ຄຸ້ມຄອງເງິນສະຕິພັກ ແລະ ວຽກງານປ້ອງກັນພັກ-ພະນັກງານ. ທັງນີ້, ກໍເພື່ອເປັນການໃຫ້ທິດຊີ້ນຳ, ແນະນຳ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຂໍ້ກຳນົດທີ່ພັກໄດ້ວາງໄວ້.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນຕອນບ່າຍຂອງວັນດຽວກັນນັ້ນ, ສະຫາຍ ຄຸນເພັງ ໄຊສະຫວາດ ພ້ອມດ້ວຍທີມງານ ຍັງໄດ້ສືບຕໍ່ລົງຕິດຕາມ, ຊຸກຍູ້ວຽກງານກໍ່ສ້າງພັກ ຢູ່ ໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa