

ຕອນເຊົ້າວັນທີ 28 ກັນຍາ 2026 ນີ້ ເມືອງໄຊຍະບູລີ ຈັດພິທີຊຸມນຸມ ສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດແລະ ວັນສາກົນຜູ້ອາຍຸສູງ ຂື້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງ, ຄະນະປະຈໍາພັກເມືອງ, ພະນັກງານອາວຸໂສ-ບໍານານ, ຜູ້ສູງອາຍຸ, ກຳມະການພັກເມືອງ, ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
ທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ກໍ່ໄດ້ໃຫ້ກຽດຂື້ນປາໄສ ອົງການປົກຄອງເມືອງ ໄຊຍະບູລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 137/ນຍ, ລົງວັນທີ 18 ເມສາ 2014 ເຊິ່ງກຳນົດເອົາວັນທີ 3 ທັນວາ ຂອງທຸກປີ ເປັນວັນຄົນພິການແຫ່ງຊາດ ແລະ ວັນທີ 1 ຕຸລາ ເປັນວັນສາກົນຜູ້ອາຍຸສູງ, ສອງວັນ ດັ່ງກ່າວແມ່ນມີຄວາມໝາຍ ແລະ ຄວາມສຳຄັນທີ່ສຸດສຳລັບຄົນພິການ ແລະ ຜູ້ອາຍຸສູງຂອງ ສປປ ລາວ ເຮົາ. ຂະບວນວິວັດແຫ່ງການຊ່ວຍເຫຼືອ, ຟື້ນຟູ, ບຳບັດ ພັດທະນາຄົນພິການ ແລະ ຜູ້ອາຍຸສູງ ເວົ້າລວມ, ແມ່ນໄດ້ດຳເນີນມາດ້ວຍດີ ແລະ ມີການພັດທະນາມາໂດຍຕະຫຼອດນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ປະຊາທິປະໄຕ ກໍ່ຄື ສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາ. ຍາມໃດ ພັກ-ລັດ ກໍ່ເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເວົ້າສະເພາະ ແມ່ນຜູ້ເສຍອົງຄະ ແລະ ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງ ຕະຫຼອດມາ ໂດຍເຫັນໄດ້ຄວາມສຳຄັນຕໍ່ວຽກງານຜູ້ພິການ ແລະ ຜູ້ອາຍຸສູງ ລັດຖະບານ ສປປລາວ ຈຶ່ງໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີ ຂອງສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ ໃນປີ 2009 ເພື່ອແກ້ໄຂບັນຫາ ກ່ຽວກັບຄວາມເປັນພິການ ທີ່ກ່ຽວພັນກັບຜູ້ອາຍຸສູງ, ລັດຖະບານໄດ້ມີຄວາມພະຍາຍາມຊ່ວຍເຫຼືອ ຕາມຄວາມສາມາດທາງດ້ານເສດຖະກິດ-ສັງຄົມ ແລະ ການຮ່ວມມືກັບສາ ກົນ, ຄະນະກຳມະການແຫ່ງຊາດເພື່ອຄົນພິການ ອັນພົ້ນເດັ່ນແມ່ນການສ້າງກອງທຶນໝູນວຽນ ເພື່ອພັດທະນາຄຸນນະພາບຊີວິດຜູ້ອາຍຸສູງ ແລະ ສົ່ງເສີມ ການກວດກາສຸຂະພາບໃຫ້ຜູ້ອາຍຸສູງໂດຍບໍ່ໄດ້ເສຍຄ່າໃນແຕ່ລະປີ, ນອກນີ້ໃນແຕ່ລະປີຍັງໄດ້ສົ່ງເສີມໃຫ້ມີການຈັດຕັ້ງ ສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ເພື່ອ ເຜີຍແຜ່ສິດທິຂອງຄົນພິການ ແລະ ຜູ້ອາຍຸສູງໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄົນພິການ ແລະ ຜູ້ອາຍຸສູງໄດ້ຮັບການປັບປຸງດີຂຶ້ນ ເທື່ອລະກ້າວ, ສາມາດຊ່ວຍເຫຼືອຕົນເອງໄດ້, ມີສ່ວນຮ່ວມໃນການພັດທະນາຄອບຄົວ ແລະ ສັງຄົມນັ້ນ ລັດຖະບານ ຈຶ່ງໄດ້ອະນຸມັດສ້າງຕັ້ງ ສະມາຄົມຄົນພິການ ແລະ ສະມາຄົມຜູ້ອາຍຸສູງຂຶ້ນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ບ່ອນມີເງື່ອນໄຂ ເພື່ອເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດຂອງຄົນພິການ ແລະ ຜູ້ອາຍຸສູງ ໄປຄຽງຄູ່ກັບດ້ານດີ, ຜົນສຳເລັດ, ພາຍໃນພິທີກໍ່ໄດ້ມີຂະບວນການຍ່າງເພື່ອສຸຂະພາບ ແລະ ກວດສຸຂະພາບຕື່ມອີກ.