ກອງປະຊຸມຜູ້ບໍລິຫານການສຶກສາແລະກິລາທົ່ວເມືອງຊຽງຮ່ອນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ ປະຈຳສົກຮຽນ 2025-2026 ໄດ້ຈັດຂື້ນໃນວັນທີ 28 ກັນຍາ 2026 ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຄຳຜິວ ໄຊວຸດ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ຜ່ອງ ສິດທິໄຊ  ຮອງປະທານຄະນະກຳມະການປົກຄອງເມືອງ ມີຄະນະພັດທະນາການສຶກສາຂັ້ນເມືອງ, ປະທານຕາແສງ, ຜູ້ບໍລິຫານການສຶກສາ ແລະກິລາ, ພະນັກງານຄູ-ອາຈານ ວິຊາການທີກ່ຽວຂ້ອງເຂົ້າຮ່ວມ.       ໃນກອງປຊຸມໄດ້ຮັບຟັງການການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກິລາໃນທົ່ວເມືອງສົກຮຽນ2025-2026 ແລະ ແຜນພັດທະນາການສຶກສາໃນສົກປີ2026-2027, ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປະຈໍາສົກຮຽນ 2024 – 2025, ລາຍງານຜົນການຮຽນ – ການສອນ ສົກຮຽນ 2025 – 2026 ສະເໜີທິດທາງ ປັບປຸງຄຸນນະພາບການຮຽນ 2026 – 2027 ແລະ ການປັບປຸງຄວາມພ້ອມແກ່ການປັບປຸງຫຼັກສູດ, ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງປະຈຳສົກຮຽນ 2024-2025. ເຊິ່ງໃນໄລຍະຜ່ານມາວຽກງານການສຶກສາ ແລະ ກິລາເມືອງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ແຜນພັດທະນາການສຶກສາ ແລະ ກິລາ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງວາງອອກ. ຄະນະພັດທະນາການສຶກສາແຕ່ລະຂັ້ນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນເມືອງໄດ້ໃຫ້ການຮ່ວມມືສະໜັບສະໜູນຕໍ່ວຽກງານການສຶກສາໄດ້ດີເປັນຕົ້ນແມ່ນໄດ້ລະດົມລູກຫຼານເຂົ້າຮຽນນັບແຕ່ຊັ້ນອະນຸບານຈົນຮອດຊັ້ນມັດທະຍົມປາຍ, ເຮັດໃຫ້ອັດຕາເຂົ້າຮຽນໃນແຕ່ລະຊັ້ນເພີ່ມຂື້ນທົ່ວເມືອງມີໂຮງຮຽນລ້ຽງເດັກ – ອະນຸບານ ທັງໝົດ 38 ແຫ່ງ ມີນັກຮຽນທັງໝົດ 1,594 ຄົນ ຍິງ 811 ຄົນ ອັດຕາການເຂົ້າຮຽນຂອງເດັກ 5 ປີ ເທົ່າກັບ 99,5% ມີໂຮງຮຽນປະຖົມທັງໝົດ 37 ແຫ່ງ, ນັກຮຽນທັງໝົດ 3,361 ຄົນ ຍິງ 1,675 ຄົນ ມີໂຮງຮຽນມັດທະຍົມ 9 ແຫ່ງ (ໃນນັ້ນມັດທະຍົມຕອນຕົ້ນ 3 ແຫ່ງ) ມີໂຮງຮຽນມັດທະຍົມ 9 ແຫ່ງ ໃນນັ້ນມັດທະຍົມຕອນຕົ້ນ 3 ແຫ່ງ ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ເທົ່າກັບ 84,2% ອັດຕາເລື່ອນຂັ້ນ – ຈົບຊັ້ນ ມ.5 – ມ.7 ປະຕິບັດໄດ້ 89,7%. ໃນວາລະດຳເນີນກອງປະຊຸມຄະນະປະທານກອງປະຊຸມ ບັນດາຜູ້ບໍລິຫານການສຶກສາ ແລະຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນຕໍ່ກັບບັນດາຜົນງານດ້ານຕ່າງໆລວມເຖິງຂໍ້ສະດວກແລະຂໍ້ຫຍຸ້ງຍາກພ້ອມກັນຫາວິທີທາງແກ້ໄຂ ໂດຍສະເພາະແມ່ນສະພາບການແກ້ໄຂບັນຫາ ການປະລະການຮຽນ – ການສອນ ແລະ ຍົກສຸງຄຸນນະພາບການສືກສາ ພ້ອມດ້ວຍການປະຈໍາການຂອງຄູ, ສະພາບການປັບປຸງຄຸນນະພາບການຮຽນ-ການສອນ, ຜົນສຳເລັດ, ສິ່ງທ້າທາຍ ແລະ ວິທີແກ້ໄຂສະພາບການປະຕິບັດ 7 ໜ້າວຽກຂອງຜູ້ບໍລິການໂຮງຮຽນ, ການສອນບຳລຸງນັກຮຽນເກັ່ງ, ນັກຮຽນອ່ອນ, ສົ່ງເສີມຂະບວນການວຽກງານກິລາ ກາຍຍະກໍາ ສິລະປະສຶກສາໃນໂຮງຮຽນ ແລະ ງານບຸນສໍາຄັນຕ່າງໆຂອງພັກ-ລັດ ຕິດພັນກັບການສ້າງ ນັກກິລາ ທີ່ດີເດັ່ນໃນແຕ່ລະປະເພດ ແລະ ໃນໂອກາດທີ່ທ່ານ ຜ່ອງ ສິດທິໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາພາຍໃນເມືອງຈົ່ງໄດ້ພ້ອມກັນເອົາໃຈໃສ່ ປະຕິບັດບັນດາຄາດໝາຍຕ່າງໆໃຫ້ສໍາເລັດ ແລະ ພ້ອມກັນນໍາເອົາ ເນື້ອໃນຄາດໝາຍກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃນວຽກງານຕົວຈິງເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມທິດທາງທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa