ກອງພັນໃຫຍ່ 202 ລົງຊຸກຍູ້ວຽກງານການອົບຮົມ ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈໍາປີ 2026

ໃນເດືອນ ກັນຍາ 2026 ນີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ – ເຕັກນິກ, ປະຈໍາປີ 2026 ຢູ່ບັນດາກົມກອງທີ່ຂື້ນກັບກອງພັນໃຫຍ່ 202, ເຊິ່ງລວມມີ ກອງພັນນ້ອຍ 413, ກອງພັນນ້ອຍທີ 2 ແລະ ກອງພັນນ້ອຍ 22, ນໍາພາໂດຍ ສະຫາຍ ພັນໂທ ສິດ ບົວສອນ ຮອງຫົວໜ້າພະແນກເສນາທິການ, ມີບັນດາພະແນກການ, ຂະແໜງວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພັນນ້ອຍ, ກອງຮ້ອຍ, ຕະຫລອດຮອດຄູ-ອາຈານ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ຝຶກຝົນກໍາລັງແຮງກາຍຢູ່ບັນດາກົມກອງ ໃນທົ່ວກອງພັນໃຫຍ່ 202 ໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສູງນັ້ນ, ຂະແໜງອົບຮົມ ພະແນກເສນາທິການ ຈຶ່ງໄດ້ສ້າງແຜນການລົງຊຸກຍູ້ ກວດກາວຽກງານອົບຮົມ-ຫັດແອບ ແລະ ກວດກາຄູສອນ ຢູ່ບັນດາກົມກອງທີ່ຂື້ນກັບກອງພັນໃຫຍ່ 202. ໂດຍຖືເອົາທິດສະດີຫລັກການ ແລະ ພາກປະຕິບັດຕົວຈິງເປັນບ່ອນອີງ, ຄາດໝາຍການລົງກວດກາແມ່ນເລັ່ງໃສ່ 5 ວຽກງານຄື: ວຽກງານການທະຫານ, ວຽກງານການເມືອງ, ວຽກງານພະລາທິການ, ວຽກງານເຕັກນິກ ແລະ ຄູສອນການທະຫານ ເພື່ອປັບປຸງວຽກງານອົບຮົມ-ຫັດແອບ ແນ່ໃສ່ຍົກສູງຄວາມຮັບຜິດຊອບແຕ່ລະພາກສ່ວນ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa