ກອງບັນຊາການ ປກຊ ເມືອງຫົງສາ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 9 ເດືອນ ແລະ ທິດທາງແຜນການ 3 ທ້າຍປີ 2026.

ໃນຕອນເຊົ້າຂອງວັນທີ 01 ຕຸລາ 2026 ນີ້, ກອງບັນຊາການ ປກຊ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2026 ຂື້ນ ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານເມືອງ, ໂດຍການເປັນປະທານຂອງສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫົງສາ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີປະທານຄະນະກຳມະການປົກຄອງເມືອງ, ກຳມະການປະຈຳພັກເມືອງ, ຫົວໜ້າ-ຮອງຫົງໜ້າຫ້ອງ, ປະທານຄະນະກຳມະການປົກຄອງຕາແສງ, ຄະນະພັກ-ຄະນະບັນຊາ 4 ກົມກອງ, ຫົວໜ້າພະແນກການ, ຄະນະກຳມະການ ປກຊ-ປກສ ຕາແສງ, ນາຍ ແລະ ພົນທະຫານ, ນາຍແລະພົນຕໍາຫຼວດ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ສະຫາຍ ພັທ ຄຳຜາຍ ແກ່ນບົວຈັນ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກຊ ໄດ້ຂື້ນຜ່ານຮ່າງບົດສະຫຼຸບ ການເຄື່ີອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 9 ເດືອນ ແລະ ທິດທາງແຜນ ການ 3 ເດືອນທ້າຍປີ 2026. ເນື້ອໃນບົດສະຫຼຸບໄດ້ຍົກໃຫ້ເຫັນວ່າ: ໄລຍະ 9 ເດືອນຜ່ານມາກໍາລັງປ້ອງກັນຊາດເມືອງ ຫົງສາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດໂດຍຖືເອົາບັນຫາການແກ້ໄຂ ບັນຫາຢາເສບຕິດ, ລັກຊັບ, ອຸປະຕິເຫດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເຂັ້ມງວດ, ເດັດຂາດ ຕາມລະບຽບ-ກົດໝາຍ, ເພື່ອຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ເຮັດໃຫ້ເມືອງຫົງສາມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນໄລຍະ 9 ເດືອນຜ່ານມາ: ທົ່ວເມືອງຫົງສາ ມີຜູ້ເຊື່ອຖືສາສະໜາຕ່າງປະເທດ ຈຳນວນ 245 ຄອບຄົວ, ມີຈຳນວນພົນ 1,106 ຄົນ, ຍິງ 528, ບໍ່ມີໂບດ ແລະ ຖືເອົາເຮືອນເຮັດເປັນບ່ອນເຕົ້າໂຮມທັງໜົດ 7 ຫຼັງຄາເຮືອນ, ທຽບໃສ່ປີ 2025 ຈຳນວນພົນເພີ້ມຂື້ນ 641 ຄົນ,​ຍິງ 132 ຄົນ, ມີຄະດີອາດຊະຍາກຳເກີດຂື້ນທັງໜົດ 51 ລາຍ, ໂດຍສະເພາະຄະດີພົ້ນເດັ່ນແມ່ນ: ຄະດີລັກຊັບພົນລະເມືອງ 14 ລາຍ, ສໍ້ໂກງຊັບທາງອອນລາຍ 8 ລາຍ, ຄາດຕະກຳ 2 ລາຍ, ລັກລົດຈັກ 19 ຄັນ, ງົວ 2 ໂຕ, ແບ້ 7 ໂຕ, ນ້ຳມັນກາຊວນ 54 ລິດ, ສາຍຄໍຄຳ 1 ເສັ້ນນ້ຳໜັກ 2 ບາດ, ສາຍແຂນ 1 ເສັ້ນນ້ຳໜັກ 2 ບາດ, ເງິນກີບ 483,200,000 ກີບ, ເງິນບາດ 623,600 ບາດ; ຕໍ່ກັບຄະດີທີ່ເກີດຂື້ນສາມາດແກ້ໄຂໄດ້ 30 ລາຍ, ກັກຕົວຜູ້ກະທຳຜິດໄດ້ 36 ຄົນ, ຍິງ 7 ຄົນ, ຍຶດ ແລະ ເກັບກູ້ຂອງກາງໄດ້: ລົດຈັກ 10 ຄັນ, ງົວ 1 ໂຕ, ແບ້ 2 ໂຕ, ນ້ຳມັນກາຊວນ 54 ລິດ, ເງິນໝັນ 4 ໝັນ, ເງິນກີບ 4,700,000 ກີບ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ. ໃນນີ້ໄດ້ແກ້ໄຂເປົ້າໜາຍຄ້າຂາຍ ແລະ ມີຢາເສບຕິດໄວ້ຄອບຄອງໄດ້ 13 ລາຍ, ກັກຕົວຜູ້ທີ່ກະທຳຜິດໄດ້ 14 ຄົນ, ຍຶດຂອງກາງໄດ້ຢາບ້າ 2,081 ເມັດ, ລົດຈັກ 6 ຄັນ, ໄດ້ແກ້ໄຂຜູ້ເສບດ້ວຍການສຶກສາອົບຮົມປະຕິບັດດັດສ້າງ-ບຳບັດ ຈຳນວນ 148 ຄົນ, ຍິງ 26 ຄົນ, ພ້ອມນີ້, ບັນດາຜູ້ເຂົ້າຮ່ວມກໍ່ໄດ້ລາຍງານສະພາບການຂອງຕົນ ແລະ ແລກປ່ຽນຄຳເຫັນກັນຢ່າງກົງໄປກົງມາ.

ໃນຕອນທ້າຍ ກອງປະຊຸມກໍ່ໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa