

ໃນຕອນເຊົ້າວັນທີ 30 ກັນຍາ 2026 ຄະນະບໍລິຫານງານອົງຄະນະພັກຕາແສງຫົງສາວະດີ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານອົງຄະນະພັກຕາແສງ ຫົງສາວະດີ ຄັ້ງທີ 1 ສະ ໄໝທີ I ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຕາແສງຫົງສາວະດີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະຫາຍ ບຸນທັນ ພວງແກ້ວ ກຳມະການພັກເມືອງ ເລຂາຄະນະບໍລິຫານງານພັກຕາແສງ, ປະທານຄະນະກໍາມະການປົກຄອງຕາແສງຫົງສາວະດີ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫົງສາ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະຫາຍ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງຈໍານວນໜຶ່ງ, ມີຄະນະບໍລິຫານງານພັກຕາແສງ, ເລຂາໜ່ວຍພັກໂຮງຮຽນ 6 ແຫ່ງ, ເລຂາໜ່ວຍພັກບ້ານ 8 ບ້ານ, ຕະຫຼອດຮອດສະມາຊິກພັກ-ພະນັກງານຕາແສງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ບຸນທັນ ພວງແກ້ວ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານພັກຕາແສງ, ປະທານຄະນະກໍາມະການປົກຄອງຕາແສງຫົງສາວະດີ, ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານຮອບດ້ານ ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026, ຈາກນັ້ນ ສະຫາຍ ນັນທະລາດ ນັກຄະລາດ ຮອງປະທານຄະນະກຳມະການປົກຄອງຕາແສງ ຜູ້ຊີ້ນຳ ໜ່ວຍງານພັກ – ອົງການຈັດຕັ້ງມະຫາຊົນ ໄດ້ຜ່ານມະຕິແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກຮາກຖານຕາແສງ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນ ຜ່ານມາ ແລະ ທິດທາງ 3 ເດືອນຕໍ່ໜ້າ, ແຜນພັດທະນາເສດຖະກິດ-ສັງຄົ 5 ປີ ຂອງຕາແສງ; ນອກຈາກນັ້ນ ສະຫາຍ ບຸນທະວີ ສີປະເສີດ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ຂື້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງຫົງສາ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາແສງຫົງສາວະດີ, ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມປະຊຸມ ກໍ່ໄດ້ປະກອບຄໍາເຫັນຕໍ່ວຽກງານດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ພ້ອມດຽວກັນນັ້ນ, ສະຫາຍ ບຸນທັນ ພວງແກ້ວ ກຳມະການພັກເມືອງ ເລຂາຄະນະບໍລິຫານງານພັກຕາແສງ, ປະທານຄະນະກໍາມະການປົກຄອງຕາແສງຫົງສາວະດີ, ກໍ່ໄດ້ມີຄໍາເຫັນຊີ້ແຈງແຕ່ລະປະເດັນ ພ້ອມທັງມີຄໍາເຫັນຊີ້ນໍາຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ, ສືບຕໍ່ປັບປຸງການຈັດຈັດຕັ້ງພັກ ເພື່ອກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ນໍາພາສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນຮູບປະທໍາເທື່ອລະກ້າວ ຮັບປະກັນທົ່ວອົງຄະນະພັກຮາກຖານຕາແສງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
ຕອນທ້າຍກອງປະຊຸມ ສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫົງສາ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຄະນະບໍລິຫານງານພັກຕາແສງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຖິງວ່າເປັນການຈັດຕັ້ງຫາກໍເລີ້ມຕົ້ນວຽກໃໝ່ ພື້ນຖານໂຄງລ່າງດ້ານຕ່າງໆ ຫຼາຍຢ່າງກໍ່ຫຍຸ້ງຍາກ ແລະ ຈໍາກັດ, ແຕ່ກໍ່ສາມາດຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານສໍາເລັດ ຂັ້ນພື້ນຖານ, ພ້ອມດຽວກັນນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກ ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາທຸກພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີຄວາມສາມັກຄີ, ຍົກສູງສະຕິຄວາມຮັບຜິດຊອບທາງດ້ານການເມືອງ-ແນວຄິດ, ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.