ເມືອງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ແລະ ວັນວິທະຍາສາດແຫ່ງຊາດ.

ໃນຕອນເຊົ້າວັນທີ 7 ຕຸລາ 2026 ນີ້ເມືອງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ  ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39ປີ . ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ , ຫົວໜ້າຫ້ອງການ ຜູ້ອໍານວຍການໂຮງຮຽນອ້ອມຂ້າງເມືອງທັງພາກລັດ ແລະ ເອກະຊົນ, ນັກທຸລະກິດ, ຄູ-ອາຈານ, ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການສະແດງ ສິນລະປະວັນນະຄະດີ ຈາກນັ້ນ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ກໍ່ໄດ້ໃຫ້ກຽດຂື້ນຜ່ານປະຫວັດຄວາມເປັນມາຂອງ ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 -7 ຕຸລາ 2026) ບາງຕອນໄດ້ໃຫ້ຮູ້ວ່າ: ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຍຶດຄອງລາວໃນປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ ຂະຫຍາຍໂຮງຮຽນພໍເທົ່າໃດ ປີ 1905 ທົ່ວປະເທດມີໂຮງຮຽນພຽງ 2 ແຫ່ງຄື: ວຽງຈັນ ແລະ ຫຼວງພະບາງ; ຄົນລາວທີ່ໄດ້ເຂົ້າຮຽນມີໜ້ອຍເຕັມທີ ໃນຈໍານວນດັ່ງກ່າວມີຄົນລາວຊື່ ທ້າວ ຄຳ ຮຽນຈົບຫ້ອງທີ 1 (ປ.6) ຫຼັງຈາກນັ້ນປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມການອົບຮົມຄູຊຶ່ງຖືເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການອົບຮົມຄູ; ພາຍຫຼັງອົບຮົມຄູສໍາເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວ ຄໍາໄດ້ເລີ່ມເປັນຄູສອນ; ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພຣະສົງ ທີ່ມີຕໍ່ວຽກງານການສຶກສາ; ດັ່ງນັ້ນພວກເຂົາຈຶ່ງໄດ້ເປີດໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ເຊີ່ງປະກອບມີພຣະສົງ 50 ກວ່າອົງໄດ້ເຂົ້າຮຽນ, ຄູຄຳ ກໍ່ເປັນຄູສອນຢູ່ໂຮງຮຽນແຫ່ງນັ້ນດ້ວຍຈິດໃຈຮັກຊາດຂອງຕົນໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍ ຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພຣະສົງທີ່ຈະເປັນຄູໃຫ້ມີຈິດໃຈຮັກຊາດລາວ, ບໍ່ໃຫ້ຊາດລາວເຊື່ອມເປັນຊາດຝຣັ່ງ; ຍ້ອນພຣະສົງໄດ້ສຶກສາອົບຮົມ ພາຍຫຼັງຮຽນຈົບຄູແລ້ວ ກໍ່ມີພະສົງຫຼາຍອົງບໍ່ໄປເປັນຄູເພື່ອຮັບໃຊ້ນະໂຍບາຍການສຶກສາຂອງລ່າເມືອງຂຶ້ນຝຣັ່ງ; ປີ 1913 ຄູຄຳ ໄດ້ສອນຢູ່ໂຮງຮຽນຕັບໂຟແລັງ (ປີເອຕັບໂຟແລັງ) ລວມມີຄູ 3 ຄົນ ມາເຖິງກາງເດືອນພະຈິກ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວນໍາໂດຍ ນາຍຄູຄໍາ ໄດ້ລະເບີດຂຶ້ນຢູ່ວຽງຈັນ; ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງນາຍຄູຄຳໄດ້ຖືກຝຣັ່ັງຈັບ ແລະ ນຳໄປຂັງຄຸກ; ພາຍຫຼັງຖືກຄຸມຂັງໄລຍະໜຶ່ງ ນາຍຄູຄຳ ໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນ້ຳຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ(ປະເທດໄທ); ໃນປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະ ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທຳຣາມ (ປະເທດໄທ); ການສະເຫຼີມສະຫຼອງວັນຄູແຫ່ງຊາດແມ່ນ ເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີຂອງຄູ-ອາຈານທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໃຈ, ປະກອບຄຳເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ.ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສ ປປ ລາວ ຈຶ່ງກໍານົດໃຫ້ມີ ວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບຣາດຖະການຂອງ ນາຍຄູຄຳ ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ ແລະ ໄດ້ເລົ່າປະຫວັດຄວາມເປັນມາ ໝາຍຄວາມຄວາມສໍາຄັນຂອງວັນວິທະຍາສາດແຫ່ງຊາດຕື່ມອີກ, ໃນຕອນທ້າຍຂອງພິທີ ກໍ່ມອບໃບຍ້ອງຍໍ ແລະ ຂອງຂວັນເພື່ອເປັນທີລະນືກທົດແທນບຸນຄຸນ ໃຫ້ແກ່ຄຸ-ອາຈານ ທີ່ມີຜົນງານດີເດັ່ນໃນການຈັດຕ້ງປະຕິບັດໜ້າທີ່ວຽກງານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa