ກອງປະຊຸມຊຸກສະຫຼຸບການຈັດຕັ້ງປະຕິບັດວຽກງານ ການປູກພືດລະດູແລ້ງ (ປູກໝາກໂມ) ເປັນສິນຄ້າ ປະຈຳປີ 2025-2026 ແລະ ທິດທາງແຜນການ ປີ 2026-2027

ໃນຕອນບ່າຍຂອງວັນທີ 07 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫົງສາ, ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມຊຸກສະຫຼຸບການຈັດຕັ້ງປະຕິບັດວຽກງານ ການປູກພືດລະດູແລ້ງ ປູກໝາກໂມ) ເປັນສິນຄ້າ ປະຈຳປີ 2025-2026 ແລະ ທິດທາງແຜນການ ປີ 2026-2027 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ວິຊາການຫ້ອງການທີ່ກ່ຽວຂ້ອງ, ບໍລິສັດ, ນາຍບ້ານເທດສະບານ ແລະ ຕົວແທນກຸ່ມຊາວນາເຂົ້າຮ່ວມ.

ພິທີດັ່ງກ່າວ, ທ່ານ ນາງ ບົວວອນ ພົມມະຫານ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ສະບັບເລກທີ 752/ຄປມ, ລົງວັນທີ 6 ຕຸລາ 2026 ວ່າດ້ວຍການອະນຸມັດໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການປູກພຶດລະດູແລ້ງ ເປັນສິນຄ້າ ປະຈໍາປີ 2025-2026 ແລະ ທິດທາງແຜນການ ປີ 2026-2027 ແລະ ຂໍ້ຕົກລົງ ສະບັບເລກທີ 757/ຄປມ, ລົງວັນທີ 7 ຕຸລາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງ, ຊຸກຍູ້-ສົ່ງເສີມວຽກງານ ການປູກພຶດລະດູແລ້ງ (ໜາກໂມ) ເປັນສິນຄ້າຢູ່ເມືອງຫົງສາ, ຈາກນັ້ນ ທ່ານ ອານຸສອນ ອ່ອນສີເມືອງ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຶ້ນລາຍງານຜົນການຈັດຕັ້ງປະຕິບັດ ວຽກງານການປູກພືດລະດູແລ້ງເປັນສິນຄ້າ ປະຈໍາປີ 2025-2026 ແລະ ທິດທາງແຜນການ ປີ 2026-2027 ຢູ່ເມືອງຫົງສາ. ບາງຕອນທ່ານໄດ້ໃຫ້ຮູ້ວ່າ: ເມືອງຫົງສາ ແມ່ນໄດ້ເອົາໃຈໃສ່ໃນການສົ່ງເສີມ ການຜະລິດກະສິກຳເປັນສິນຄ້າ ເຊິ່ງໃນຊ່ວງໄລຍະຜ່ານມາແມ່ນມີການສົ່ງເສີມການລົງທຶນກ່ຽວກັບໂຄງການປູກໝາກໂມ ໂດຍການເຊົ່າດິນນຳປະຊາຊົນ ເພື່ອເປັນການສ້າງລາຍຮັບ ແລະ ວຽກເຮັດງານທຳ ໃຫ້ແກ່ປະຊາຊົນພາຍໃນເມືອງ ນັບມື້ນັບຂະຫຍາຍຕົວ ທາງດ້ານການຜະລິດກະສິກຳຫຼາຍຂຶ້ນ ແລະ ທັງເປັນການເສີມສ້າງເສດຖະກິດຂອງປະຊາຊົນ ກໍ່ຄືການປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໃຫ້ບັນລຸຕາມລະດັບຄາດໝາຍ. ເຊິ່ງມີ 4 ບໍລິສັດ ທີ່ມາລົງທຶນ ຄື: ບໍລິສັດເອເຊຍ ກະເສດອິນຊີ ຈຳກັດ, ບໍລິສັດນໍ້າເຜິ້ງ ພັດທະນາກະສິກຳ ຈຳກັດ, ບໍລິສັດຈົງຢວນ ຈຳກັດຜູ້ດຽວ ແລະ ບໍລິສັດ ຈູນລຽນ ໄຊນາ-ລາວ ຈຳກັດ, ຜ່ານການລົງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານການສົ່ງເສີມການປູກໝາກໂມ ໃນປີ 2025-2026 ມີຈຳນວນ 935 ຄອບຄົວ ເນື້ອທີທັງໝົດ 376 ເຮັກຕາ, ຜົນຜະລິດໄດ້ທັງໝົດ 18,800 ໂຕນ, ໃນນີ້: ບໍລິສັດເອເຊຍ ກະເສດອິນຊີ ຈຳກັດ ຈຳນວນ 431 ຄອບຄົວ, ເນື້ອທີປູກ 178,77 ເຮັກຕາ, ຜົນຜະລິດ 8,938,5 ໂຕນ ເລີ່ມແຕ່ທົ່ງນາ ບ້ານສີມຸງຄຸນ ,ບ້ານຈອມແຈ້ງ, ບ້ານຈຳປາ, ບ້ານນາສານ, ບ້ານວຽງແກ້ວ, ບ້ານເມືອງຫານ, ບ້ານໂພນຈັນ. ບໍລິສັດນໍ້າເຜິ້ງ ພັດທະນາກະສິກຳ ຈຳກັດ ຈຳນວນ 221 ຄອບຄົວ, ເນື້ອທີປູກ 96,45 ເຮັກຕາ, ຜົນຜະລິດ 4,822,5 ໂຕນ ເລີ່ມແຕ່ທົ່ງນາ ເຂດ ບ້ານສີບຸນເຮືອງ, ບ້ານແທນຄຳ ແລະ ບ້ານໂພນສູງ. ບໍລິສັດຈົງຢວນ ຈຳກັດ ຈຳນວນ 160 ຄອບຄົວ ເນື້ອທີປູກ 50,09 ເຮັກຕາ, ຜົນຜະລິດ 2,504,5 ໂຕນ ເຂດນາ ບ້ານແທ່ນຄຳ ຫາ ບ້ານນາປຸ່ງ ແລະ ບໍລິສັດ ຈູລຽນໄຊນາ-ລາວ ຈຳກັດ ຈຳນວນ 123 ຄອບຄົວ ເນື້ອທີປູກ 50,69 ເຮັກຕາ, ຜົນຜະລິດ 2,534,5 ໂຕນ ເຂດທົ່ງນາ ບ້ານສີບຸນເຮືອງ, ບ້ານໂພນໄຊ ແລະ ບ້ານສີມຸງຄຸນ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບົດລາຍງານ ແລະ ທິດທາງແຜນການ ເພື່ອພ້ອມກັນເອກະພາບຕໍ່ກັບທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ໄດ້ກຳນົດໄວ້.

ຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ ປະທານກອງປະຊຸມ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa