

ໃນວັນທີ 19 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດຍົກຍ້າຍແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂັ້ນເມືອງ ຂຶ້ນ.ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາຊົນແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ປະທານຕາແສງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 359, 362, 363, ລົງວັນທີ 14 ກັນຍາ 2026 ວ່າດ້ວຍການຍົກຍ້າຍບ່ອນປະຈໍາການຂອງພະນັກງານ-ລັດຖະກອນ ໄດ້ຍົກຍ້າຍ ທ່ານ ທອງຂັນ ຈໍາປາສີລິ ຮອງປະທານສະຫະພັນກໍາມະບານເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງ, ທ່ານ ນາງ ຕານ ເກດຕາໄຊ ຮອງປະທານແນວລາວສ້າງຊາດເມືອງ ໄປຮັບໜ້າທີ່ໃໝ່ຢູສະຫະພັນກໍາມະບານເມືອງ, ທ່ານ ຊາ ຈັນທະວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄປຮັບໜ້າທີ່ໃໝ່ຢູ່ແນວລາວສ້າງຊາດເມືອງ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 405, ລົງວັນທີ 7 ກັນຍາ 2026 ວ່າດ້ວຍການບົ່ງຕົວແຕ່ຕັ້ງເລຂາ-ຮອງເລຂາໜ່ວຍພັກຄະນະກວດການພັກເມືອງ ໄດ້ບົ່ງຕົວແຕ່ຕັ້ງສະຫາຍ ຊຸມ ອ່ອນພັນນະຈິດ ຮອງເລຂາໜ່ວຍພັກຄະນະກວດກາພັກເມືອງ ຂຶ້ນເປັນເລຂາໜ່ວຍພັກ ແລະ ສະຫາຍ ໄຊຍະສອນ ຄົງທົນ ສະມາຊິກພັກ ຂຶ້ນເປັນຮອງເລຂາໜ່ວຍພັກ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 360, 361ແລະ 365, ລົງວັນທີ 14 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງຮອງປະທານແນວລາວສ້າງຊາດເມືອງ, ຮອງປະທານສະຫະພັນກໍາມະບານເມືອງ ແລະ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ແຕ່ງຕັ້ງ ທ່ານ ຊາ ຈັນທະວົງ ເປັນຮອງປະທານແນວລາວສ້າຊາດເມືອງ, ທ່ານ ນາງ ຕານ ເກດຕາໄຊ ເປັນຮອງປະທານສະຫະພັນກໍາມະບານເມືອງ ແລະ ແຕ່ງຕັ້ງທ່ານ ແຕ່ມ ເພຍລາດ ຫົວໜ້າໜ່ວຍງານປົກຄອງ ຄະນະຈັດຕັ້ງເມືອງ ຂຶ້ນເປັນຮອງຫົວໜ້າຄະນະຈັດຕັ້ງເມືອງ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ, ສະບັບເລກທີ 353, 356 ແລະ 357 ລົງວັນທີ 14 ຕຸລາ 2026 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ແລະ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ແຕ່ງຕັ້ງ ທ່ານ ຈໍາປາທອງ ສິມມາລີ ຫົວໜ້າໜ່ວຍງານປ່າໄມ້ ແລະ ສິ່ງແວດລ້ອມ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ຂຶ້ນເປັນຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ແຕ່ງຕັ້ງ ທ່ານ ທອງຂັນ ຈໍາປາສີລິ ເປັນຮອງຫົວໜ້າຫ້ອງວ່າການເມືອງ ແລະ ທ່ານ ປາຈາດ ໄຊອຸດົມ ຫົວໜ້າໜ່ວຍງານຄົ້ນຄວ້າ-ສັງລວມ ຫ້ອງວ່າການເມືອງ ຂຶ້ນເປັນຮອງຫົວໜ້າຫ້ອງວ່າການເມືອງ.
ຕອນທ້າຍ ທ່ານ ສີຄານ ແກ່ນມະນີ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ຈົ່ງສືບຕໍ່ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃໝ່ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດ ຍິ່ງໃຫຍ່ກວ່າເກົ່າ.