

ເມືອງຄອບ ແຂວງ ໄຊຍະບູລີ ໄດ້ດໍາເນີນກອງປະຊຸມວຽກງານຈັດຕັ້ງ ແລະ ປົກຄອງທົ່ວເມືອງ ຄັ້ງທີ VI ໂດຍໄດ້ຈັດຂື້ນຢູ່ ທີສະໂມສອນຂອງເມືອງ ໃນວັນທີ 19 ຕຸລາ 2026 ນີ້.
ໂດຍໃຫ້ກຽດການເປັນປະທານຮວມຂອງສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮວມ ຂອງສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ອ່ອນຈັນ ອິນທະພົມ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກບັນດາສໍາໜັກງານອົງການ, ປະທານຕາແສງ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ພ້ອມດ້ວຍເລຂາພັກບ້ານໃນທົ່ວເມືອງເຂົ້າຮວມ.
ໃນກອງປະຊຸມ ສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການດ ຈາກນັ້ນ ສະຫາຍ ອ່ອນຈັນ ອິນທະພົມ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີທີ່ຜ່ານມາ ຊຶ່ງສະຫາຍໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດ ໃນຫຼາຍດ້ານ ໂດຍສະເພາະແມ່ນການກໍ່ສ້າງພັກ ທາງດ້ານການເມືອງ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ໂດຍໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມ ບັນດານິຕິກໍາກ່ຽວກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ສະມາຊິກພັກ ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແຕ່ລະຂັ້ນໃຫ້ມີຄວາມຮັບຮູ້, ເຂົ້າໃຈ ມີທັດສະນະການເມືອງທີຖືກຕ້ອງ ມີຄວາມເປັນເອກະພາບສູງ ຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ພ້ອມດຽວກັນນີ້ ໄດ້ຖືເອົາວຽກງານແນວຄິດ ເປັນໜ້າທີສໍາຄັນພື້ນຖານ, ເປັນວຽກກົກເປັນວຽກຕ້ອງເຮັດກ່ອນ ແລະ ສອດຫ້ອຍທຸກຂົງເຂດວຽກງານ ນອກຈາກນີ້ໄດ້ເອົາໃຈໃສ່ວຽກງານການສຶກສາອົບຮົມ – ນໍາພາແນວຄິດດ້ວຍຫຼາຍເນື້ອໃນ ແລະ ຫຼາຍຮູບການ ໃຫ້ສະມາຊິກພັກ, ພະນັກງານມີຄວາມຮູ້ຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິຕື່ນຕົວ ເປັນເຈົ້າການໃນການປະຕິບັດໜ້າທີການເມືອງ ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດ ປະຕິບັດບົດບາດ ເປັນແກນນໍາ ໃນລະບົບການເມືອງຢູ່ແຕ່ລະຂັ້ນ ຕະຫຼອດໄລຍະ 5 ປີຜ່າມາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີVຂອງອົງຄະນະພັກເມືອງລື່ນຄາດໝາຍ3% ວຽກງານການປົກຄອງແມ່ນໄດ້ເອົາໃຈໃສ່ເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກໍາວຽກງານການປົກຄອງ ແລະ ການປັບປຸງກົງຈັກລັດ ໃຫ້ມີຄວາມເຂັ້ມແຂງຂື້ນເລື່ອຍໆ ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງລາຍງານ ການສ້າງຕັ້ງຕາແສງ ພາຍໃນເມືອງຄອບ, ຜ່ານບົດລາຍງານ ຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນຂອງພັກ 05 ປີ 2021 – 2025 ແລະ ທິດທາງແຜນການ 05 ປີ 2026 – 2030 ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ໃນບັນດາຂົງເຂດວຽກງານຕ່າງໆ ຢ່າງກົງໄປກົງມາ ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.
ໃນຕອນທ້າຍຂອງກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.