ຄະນະຈັດຕັ້ງເມືອງບໍ່ແຕນຈັດກອງປະຊຸມສະຫຼຸບວຽກງານ 5 ປີ

ຄະນະຈັດຕັ້ງເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວເມືອງບໍ່ແຕນຄັ້ງທີ VIII ຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງ ການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ໄຜ່ທອງ ຈັນດາ ຮອງຄະນະຈັດຕັ້ງແຂວງໄຊຍະບູລີ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ,ຫົວໜ້າຮອງຫົວໜ້າຫ້ອງການ,ປະທານ ແລະ ຮອງປະທານຕາແສງແລະພະນັກງານຫ້ອງການຄະນະຈັດຕັ້ງ,ຫ້ອງການຄະນະກວດກາ ແລະ ຫ້ອງການໂຄສະນາເຂົ້າຮ່ວມ.

ສະຫາຍ ຄຳພັນ ພັນທະວົງ ປະທານກອງປະຊຸມໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການຈາກນັ້ນສະຫາຍ ນາງ ຄຳໝັ້ນ ໄຊຍະລາດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ(2021-2025) ແລະ ທິດທາງແຜນການ 5 ປີ ( 2026-2030 ), ລາຍງານຕີລາຄາກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ( 5 ປີ 2021-2025 ) ແລະ ທິດທາງແຜນການ ( 2026-2030 ), ລາຍງານການສ້າງຕັງຕາແສງໃນທົ່ວເມືອງ ແລະ ຜ່ານບົດສະຫຼຸບກອງທຶນສະມາຊິກພັກ,ໃນວາລະດຳເນີນກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສເຂັມແຂງໜັກແໜ່ນ,ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານວິຊາສະເພາະ,ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ,ປະທານກວດກາພັກ,ປະທານອົງການກວດກາລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ,ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ1ວັນຈຶ່ງສຳເຫຼັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa