


ກອງປະຊຸມສະໄໝສາມັນ ເທຶ່ອທີ 2 ຂອງສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ V ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 19 ພະຈິກ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ,ເຂົ້າຮ່ວມມີ ທ່ານດວງຕາ ໄຊວຸດ ປະທານຄະນະກໍາມະການປົກຄອງແຂວງ, ມີບັນດາທ່ານການນຳ, ອາດິດການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7, ສະມາຊິກສະພາປະຊາຊົນແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ,ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ,ກົມກອງ,ນັກປະຕິວັດອາວຸໂສ-ບໍານານ, ດ່ານສາກົນ, ປະທານຄະນະກໍາມະການປົກຄອງຕາແສງ, ປະທານບ້ານເທດສະບານ, ນັກທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ.
ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດກ່າວເປີດພິທີບາງຕອນທ່ານກ່າວວ່າ: ໃນໄລຍະ 1 ປີຜ່ານມາ ສະພາປະຊາຊົນແຂວງ ຊຸດທີ V ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນດ້ວຍຄວາມເປັນເຈົ້າການ ເຊິ່ງເດັ່ນກວ່າໝູ່ແມ່ນ ການຊຸກຍູ້ໃຫ້ຄະນະກໍາມະການປົກຄອງແຂວງສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຕາມແຜນການສ້າງນິຕິກໍາທີ່ໄດ້ກໍານົດໄວ້ ແລະ ໄດ້ຮັບຮອງເອົາກົງຈັກ, ບຸກຄະລາກອນ ຂອງສະພາປະຊາຊົນແຂວງ, ຄະນະກໍາມະການປົກຄອງແຂວງ, ພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ, ລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ບັນດາໂຄງການລົງທຶນ, ບັນຫາຫາງສຽງທີ່ເປັນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຕາມພາລະບົດບາດ ຂອງສະພາປະຊາຊົນແຂວງ ທີ່ໄດ້ກໍານົດໄວ້ໃນກົດໝາຍ.ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານດັ່ງນີ້:ຮັບຟັງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ຂອງຄະນະກໍາມະການປົກຄອງແຂວງ;ບົດລາຍງານ ແຜນປະຕິບັດງານ, ໂຄງການລະອຽດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ ມາດຕາ 3 ຂອງມະຕິ 34 ຂອງສະພາແຫ່ງຊາດ; ບົດລາຍງານ ຂອງອົງການກວດສອບ ປະຈໍາພາກເໜືອ 1 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027; ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2025; ບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027,ການກວດກາຕາມຜົນການກວດສອບ ປີ 2025; ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ຂອງອົງການໄອຍະການປະຊາຊົນແຂວງ; ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ຂອງສານປະຊາຊົນແຂວງ;ຮັບຮອງເອົານິຕິກໍາໃຕ້ກົດໝາຍ ຈໍານວນ 3 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ແຂວງໄຊຍະບູລີ (ສະບັບປັບປຸງ); ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ (ສ້າງໃໝ່); ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ (ສ້າງໃໝ່);ລາຍງານກ່ຽວກັບ ຜົນການຄົ້ນຄວ້າ ແລະ ຮັບຮອງເອົາການແຕ່ງຕັ້ງ ກໍາມະການ ຄະນະປະຈໍາສະພາປະຊາຊົນແຂວງ ແລະ ການແຕ່ງຕັ້ງຜູ້ຊ່ວຍວຽກຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7;ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ຂອງສະພາປະຊາຊົນແຂວງ. ຜູ້ແທນກອງປະຊຸມ ຍັງຈະໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນ, ພາວະວິໄສ, ເພື່ອເສີມຂະຫຍາຍສິດປະຊາທິປະໄຕ ຂອງຕົນ ເຂົ້າໃນການພິຈາລະນາບັນຫາສໍາຄັນພື້ນຖານຕ່າງໆ; ພ້ອມທັງສະໜອງຂໍ້ມູນ ເພື່ອຮັບປະກັນໃຫ້ບັນດາເນື້ອໃນ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້.
ກອງປະຊຸມແມ່ນຈະໄດ້ດຳເນີນໄປເປັນເວລາ3ວັນຈຶ່ງສຳເລັດ.