

ກອງປະຊຸມເຊື່ອມຊືມເອກະສານ ເພື່ອກະກຽມ ແລະ ດຳເນີນກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 21 ເມສາ 2026 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ພົຈວ ບຸນຍອງ ດວງດີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງໄຊຍະບູລີ,ສະຫາຍ ພົຈວ ຄໍາສີນ ຜິວວັນນາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະທິມງານຂອງແຂວງ , ບັນດາສະຫາຍຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ພົຈວ ຄໍາສີນ ຜິວວັນນາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວວ່າ: ຄະນະພັກກອງບັນຊາການ ປກສ ແຂວງ ແມ່ນການຈັດຕັ້ງໜຶ່ງ ຢູ່ພາຍໃຕ້ການນໍາພາ-ຊີ້ນໍາທາງດ້ານການເມືອງຂອງຄະນະບໍລິຫານພັກແຂວງ ແລະ ການຊີ້ນໍາໂດຍກົງທາງດ້ານວຽກງານວິຊາສະເພາະຂອງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ. ຂົງເຂດການນໍາພາ ກວມເອົາ 03 ຄະນະພັກຮາກຖານ, 07 ໜ່ວຍພັກຮາກຖານ, ມີ 12 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ແລະ 02 ອົງການຈັດຕັ້ງມະຫາຊົນ ມີພາລະບົດບາດໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບ ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຂອບເຂດການນໍາພາມີ 07 ຫ້ອງ, 01 ກອງ, 01 ຄ້າຍ, 01 ໂຮງຮຽນ ແລະ ຄຸ້ມຄອງມະຫາພາກ ປກສ 11 ເມືອງ ເຊີ່ງປະກອນມີຄະນະພັກກອງບັນຊາການ ປກສ ແຂວງ 11 ສະຫາຍ, ມີຄະນະປະຈໍາພັກ 03 ສະຫາຍ, ມີປະທານກວດກາ 01 ສະຫາຍ, ຮອງປະທານກວດກາ 02 ສະຫາຍ, ປະຈຸບັນມີສະມາຊິກພັກທົ່ວກໍາລັງປ້ອງກັນຄວາມສະຫງົບ 1,906 ສະຫາຍ, ຍິງ 310 ສະຫາຍ. ໃນນີ້; ສະມາຊິກພັກຢູ່ອ້ອມຂ້າງຄະນະພັກກອງບັນຊາການ ປກສ ແຂວງ 617 ສະຫາຍ, ຍິງ 134 ສະຫາຍ, ສໍາຮອງ 14 ສະຫາຍ, ຍິງ 03 ສະຫາຍ.
ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແຈ້ງການແນະນໍາ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 651/ຄພຂ, ລົງວັນທີ 01 ທັນວາ 2025 ກ່ຽວກັບການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານຄຸນທາດການເມືອງ-ແນວຄິດສໍາລັບສະມາຊິກພັກພະນັກງານ. ຈາກນັ້ນກໍ່ໄດ້ຮັບຟັງການມີຄໍາເຫັນຈາກສະຫາຍ ພົຈວ ບຸນຍອງ ດວງດີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງ ພ້ອມທັງດໍາເນີນການທາບທາມສົ່ງຂ່າວຕໍ່ບຸກຄົນຄະນະພັກ ແລະ ຕໍ່ການນຳພາລວມ (ແບບປິດລັບ) ຕື່ມອີກ.