ຄະນະໂຄສະນາອົບຮົມ ເມືອງໄຊຍະບູລີ ເປີດຮຽນສະໜັບສະໜູນເອກະສານ ພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ

ໃນຕອນເຊົ້າວັນທີ 23 ເມສາ 2026 ນີ້ ທີ່ຄະນະໂຄສະນາອົບຮົມເມືອງ ໄຊຍະບູລີ ໄດ້ຈັດພິທີເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າ ຈໍານວນ 2 ສະຫາຍ, ຍີງ 2 ສະຫາຍ ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍ ສະຫາຍ ນາງ ສຸກສະຫວັນ ປີ່ນຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍມະຫາຊົນຜູ້ທີ່ກ້າວ ເຂົ້າຮ່ວມ.
ຈຸດປະສົງຂອງການເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກຈະໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີພັກຄືແນວໃດ ບົນພື້ນຖານຕາມຮັບຮູ້ເຂົ້າໃຈດັ່ງກ່າວ, ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວເພື່ອເພີ້ມກໍາລັງສູ້ຮົບໃຫ້ແກ່ພັກນັບມື້ນັບຫລາຍຂື້ນ ຈາກນັ້ນໃນພິທີ ສະຫາຍ ນາງ ສຸກສະຫວັນ ປີ່ນຄຳ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ມອບໃບຢັ້ງຢືນ ໃຫ້ມະຫາຊົນຜູ້ກ້າວໜ້າຕາມລະບຽບການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa