ປະກາດສ້າງຕັ້ງຕາແສງ ສຸວັນນະພູມ

ພິທີປະກາດສ້າງຕັ້ງຕາແສງສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2026 ຢູ່ທີ່ເດີ່ນຫ້ອງປະຊຸມ ບ້ານສຸວັນນະພູມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານພັກແຂວງ, ມີທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄຳຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສົງ ລາດຊະວົງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ຈັນເພັງ ສີບົວຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພະນັກງານທີ່ກ່ຽວຂ້ອງຂອງແຂວງ, ການນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງຕາແສງ, ນາຍບ້ານ, ຄະນະບ້ານຕະຫຼອດຮອດປະຊາຊົນ 16 ບ້ານເຂດຕາແສງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນສົງ ລາດຊະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງສຸວັນນະພູມ ທ່ານກ່າວວ່າ: ຕາແສງ ສຸວັນນະພູມຕັ້ງຢູ່ທິດເໜືອຂອງເມືອງປາກລາຍ,ຫ່າງຈາກເທດສະບານເມືອງ 23  ກິໂລແມັດ, ທາງທິດເໜືອ ຕິດກັບບ້ານ ໂພນສັກ ເມືອງ ພຽງ, ທາງທິດໃຕ້ ຕິດກັບ ບ້ານນໍ້າຊົ້ງ, ທາງທິດຕາເວັນອອກ ຕິດກັບແມ່ນ້ຳຂອງ ເມືອງຊະນະຄາມ ແຂວງ ວຽງຈັນ, ທາງທິດຕາເວັນຕົກ ຕິດກັບເມືອງ ທົ່ງມີໄຊ, ມີເນື້ອທີ່ທັງໝົດ 102.390 ເຮັກຕາ, ປະກອບມີ 16 ບ້ານຄື: ບ້ານສຸວັນນະພູມ, ບ້ານ ກາງ, ບ້ານ ໂພນໄຊ, ບ້ານ ທ່ານາ, ບ້ານ ທ່າປໍ, ບ້ານ ນ້ຳລິນ, ບ້ານ ນາກາງ, ບ້ານ ປາງຄຳ, ບ້ານ ຫ້າດດ້າຍ, ບ້ານ ໂພນງາມ, ບ້ານ ນາຄະຍາງ, ບ້ານ ວັງທະໝອນ, ບ້ານ ນາຕ້າ, ບ້ານ ນາໂພ, ບ້ານ ມ່ວງເໜືອ ແລະບ້ານ ມ່ວງໃຕ້, ສະພາບພື້ນທີ່ເປັນເຂດພູ­ພຽງ, ມີອາການຮ້ອນຊຸ່ມ, ມີເນື້ອທີ່ທໍາການຜະລິດທີ່ກວ້າງຂວາງເໝາະແກ່ການປູກຟັງລ້ຽງສັດ ພື້ນທີ່ຈໍານວນໜຶ່ງຕິດກັບປ່າສະຫງວນແຫ່ງຊາດນໍ້າປຸຍ ມີແມ່ນໍ້າທໍາມະຊາດຫຼາຍສາຍຄື: ນ້ຳພູນ, ນ້ຳຍາມ, ນ້ຳແຫຼມ, ນ້ຳຮວງ ເໝາະສົມໃຫ້ແກ່ການສະໜອງການພັດທະນາທາງດ້ານກະສິກໍາ, ມີເສັ້ນທາງຫຼວງແຫ່ງຊາດ R4 ຜ່ານແຕ່ໃຕ້ຮອດເໜືອອອກສູ່ເມືອງໄຊຍະບູລີ ແລະ ເມືອງອ້ອມຂ້າງ, ມີຄອບຄົວທັງໝົດ 3.681 ຄອບຄົວ, ມີເຮືອນ 4.171 ຫຼັງຄາເຮືອນ, ມີ 366  ໜ່ວຍ, ມີພົນລະເມືອງທັງໝົດ 19.487 ຄົນ,ຍິງ 10,653 ຄົນ, ເຜົ່າລາວກວມເອົາ 98,71 %, ກືມມຸ 2,15%,  ມົ້ງ 0,08%, ຍວນ 0,009 %, ອັດຕາຄວາມໜາແໜ້ນຂອງພົນລະເມືອງ 210 ຄົນ/ກິໂລຕາແມັດ, ໂຄງປະກອບການຈັດຕັ້ງຂອງຕາແສງ ປະກອບມີ  5 ໜ່ວຍງານ: ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ ເລກທີ 78 /ສພຊ, ລົງວັນທີ 20 ມີນາ 2025 ຄຶ: ໜ່ວຍງານ ບໍລິຫານ-ປົກຄອງ, ໜ່ວຍ​ງານ​ພັກ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ໜ່ວຍງານ ເສດຖະກິດ-ການເງິນ, ໜ່ວຍງານ ວັດທະນະທໍາ-ສັງຄົມ, ໜ່ວຍງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະກຳມະການປົກຄອງຕາແສງ ສຸວັນນະພູມ ມີພະນັກງານທັງໝົດ 13 ທ່ານຄື: ປະທານຄະນະກໍາມະການປົກຄອງຕາແສງ 1 ທ່ານ, ຮອງປະທານຄະນະກຳມະການປົກຄອງຕາແສງ 02 ທ່ານ, ຄະນະກຳມະການປົກຄອງຕາແສງ 05 ທ່ານ ຄວບຕໍ່າແໜ່ງຫົວໜ້າໜ່ວຍງານ, ມີພະນັກງານຜູ້ຊ່ວຍວຽກ 05 ທ່ານ, ປະທານ, ຮອງປະທານ, ຄະນະກໍາມະການ ແລະ ພະນັກງານຊ່ວຍວຽກ ແມ່ນພະນັກງານ-ລັດຖະກອນ ຂັ້ນເມືອງ ຈຳນວນ 13 ທ່ານ, ຍິງ 1 ທ່ານ. ໃນນີ້, ມາຈາກຂົງເຂດລັດບໍລິຫານ 10 ທ່ານ, ຍິງ 1 ທ່ານ, ມາຈາກ ປສກ 2 ທ່ານ, ມາຈາກ ປກຊ 1 ທ່ານ. ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2161/ຄປຂ ວ່າດ້ວຍການສ້າງຕັ້ງຕາແສງສຸວັນນະພູມ, ມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 142/ຄພມ ວ່າດ້ວຍການຍຸບເລີກໜ່ວຍພັກທີ່ຂື້ກັບຄະນະພັກຮາກຖານສຸວັນນະພູມ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 143/ຄພມ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງສຸວັນນະພູມ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 144/ຄພມ ວ່າດ້ວຍການສ້າງຕັ້ງຫນ່ວຍພັກ ຫ້ອງການຕາແສງທີ່ຂື້ນກັບອົງຄະນະພັກຮາກຖານຕາແສງສຸວັນນະພູມ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 145/ຄພມ ວ່າດ້ວຍການສ້າງຕັ້ງຫນ່ວຍພັກ ບ້ານ ສຸວັນນະພູມທີ່ຂື້ນກັບອົງຄະນະພັກຮາກຖານຕາແສງສຸວັນນະພູມ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 148 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະ ບໍລິຫານງານພັກຕາແສງ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 146/ຄພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະ ການປະຈໍາພັກ, ເລຂາ, ຮອງເລຂາ, ອົງຄະນະພັກຮາກຖານຕາແສງສຸວັນນະພູມ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 149/ຄພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ຄະນະຫນ່ວຍພັກຫ້ອງການຕາແສງສຸວັນນະພູມ, ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ເລກທີ 437 ວ່າດ້ວຍການແຕ່ງ ຕັ້ງປະທານ, ຮອງປະທານຕາແສງສຸວັນນະພູມ ປະທານຄະນະກຳມະການປົກຄອງເມືອງປາກລາຍ ຕົກລົງເຫັນດີແຕ່ງຕັ້ງທ່ານ ອິນປອນ ສີຫຼຽນທອງສຸກ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງຕາແສງ, ທ່ານ ຈັນລອນ ຄຳວົງສາ ແລະ ທ່ານ ອານຸສອນ ແພງສຸລິນ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.

ໃນຕອນທ້າຍພິທີ, ຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍສຳນັກງານຄະນະກໍາມະການປົກຄອງຕາແສງສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa