ເມືອງຫົງສາ ປະກາດສ້າງຕັ້ງຕາແສງ ເມືອງຫານ ເປັນຕາແສງທຳອິດ ຂອງເມືອງ

ພິທີປະກາດສ້າງຕັ້ງຕາແສງເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2026 ຢູ່ທີ່ເດີ່ນຫ້ອງປະຊຸມ ບ້ານເມືອງຫານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ  ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ພົມມາ ພົມມະຫານ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ, ມີພະນັກງານທີ່ກ່ຽວຂ້ອງຂອງແຂວງ, ການນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງຕາແສງ, ນາຍບ້ານ, ຄະນະບ້ານຕະຫຼອດຮອດປະຊາຊົນ 8 ບ້ານເຂດຕາແສງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງເມືອງຫານ ວ່າ: ຕາແສງເມືອງຫານ ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງຫົງສາ ຫ່າງອອກຈາກເທດສະບານເມືອງຫົງສາ ປະມານ 6,3 ກິໂລແມັດ; ທາງທິດເໜືອ ໂຄງການໄຟຟ້າຫົງສາ

ທາງທິດໃຕ້ ຕິດກັບ ຕິດກັບເມືອງໄຊສະຖານ ແລະ ຈັງຫວັດນ່ານປະເທດໄທ, ທາງທິດຕາເວັນອອກ ຕິດກັບຕາແສງຫົງສາວະດີ, ທາງທິດຕາເວັນຕົກ ຕິດກັບເມືອງເງິນ, ສະພາບພື້ນທີ່ໂດຍລວມ ຕາແສງ ເມືອງຫານ ເປັນເຂດພູ-ພຽງ ກວມເອົາ 30% ແລະ ເຂດພູດອຍ ກວມເອົາ 70% ; ເຊິ່ງເປັນເຂດທີ່ມີດິນປູກຝັງທີ່ອຸດົມສົມບູນທາງດ້ານທຳມະຊາດ, ມີນໍ້າຫຼາຍ ສາຍໄຫຼຜ່ານເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ເປັນສິນຄ້າ ປະຊາຊົນມີມູນເຊື້ອດຸໝັ່ນ ມີ ຮີດຄອງປະເພນີຫຼາຍສີສັນ ເຊິ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການທ່ອງທ່ຽວທຳມະຊາດ, ເປັນເຂດທີ່ມີຄວາມເໝາະສົມແກ່ການຄ້າຂາຍທີ່ສະດວກ ມີເສັ້ນທາງຫຼວງຜ່ານ ເຊິ່ງເປັນເສັ້ນທາງເຊື່ອມຕໍ່ລະຫວ່າງຕາແສງເມືອງຫານ-ເມືອງເງິນ ແລະ ຕາແສງເມືອງຫານ-ເມືອງໄຊສະຖານ, ມີເນື້ອທີ່ທັງໝົດ 13.137,25 ເຮັກຕາ; ປະກອບມີ 8 ບ້ານຄື: ບ້ານ ເມືອງຫານ, ໂພນຈັນ, ວຽງແກ້ວ, ຈຳປາ, ນໍ້າຂາມ, ນໍ້າຍາງ, ກິ່ວມ່ວງ ແລະ ບ້ານ ນໍ້າສິບ, ມີ 140 ໜ່ວຍ, ມີ 1.695 ຄອບຄົວ, ມີພົນລະເມືອງ ທັງໝົດ 7.565 ຄົນ, ເປັນຍິງ 3.765 ຄົນ. ປະກອບມີ 8 ເຜົ່າ, ມີໜ່ວຍພັກທັງໝົດ 9 ໜ່ວຍ, ມີຄະນະພັກ 29 ສະຫາຍ, ຍິງ 4 ສະຫາຍ, ມີສະມາຊິກພັກທັງໝົດ 161 ສະຫາຍ, ຍິງ 37 ສະຫາຍ, ໃນນີ້: ສະມາຊິກພັກສົມບູນ 159 ສະຫາຍ, ຍິງ 36 ສະຫາຍ, ສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ, ບຸກຄະລາກອນຕາແສງປະກອບມີປະທານ, ຮອງປະທານ, ຄະນະກຳມະການ ແລະ ພະນັກງານຊ່ວຍວຽກ ແມ່ນພະນັກງານ-ລັດຖະກອນ ຂັ້ນເມືອງ ຈໍານວນ 8 ທ່ານ, ຍິງ 1 ທ່ານ. ໃນນີ້, ມາຈາກຂົງເຂດລັດບໍລິຫານ 6 ທ່ານ, ຍິງ 1 ທ່ານ, ມາຈາກ ປສກ 1 ທ່ານ, ມາຈາກ ປກຊ 1 ທ່ານ, ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2156/ຄປຂ, ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງຫົງສາ, ມະຕິຕົກລົງ ສະບັບເລກທີ 112/ຄພມ ວ່າດ້ວຍການອະນຸມັດສ້າງຕັ້ງອົງຄະນະພັກຮາກຖານ ຕາແສງເມືອງຫານ, ມະຕິຕົກລົງ ສະບັບເລກທີ 113, 115/ຄພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະບໍລິຫານງານພັກຮາກຖານຕາແສງເມືອງຫານ, ມະຕິຕົກລົງສະບັບເລກທີ 04/ຄກພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານກວດກາພັກ ຕາແສງເມືອງຫານ, ຂໍ້ຕົກລົງ ສະບັບເລກທີ 245, 246, 247/ຄປມ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະການປົກຄອງຕາແສງເມືອງຫານ ປະທານຄະນະກຳມະການປົກຄອງເມືອງຫົງສາ ຕົກລົງ ເຫັນດີແຕ່ງຕັ້ງທ່ານ ໄຈວອນ ຄຳມຸງຄຸນ ເປັນປະທານຄະນະກຳມະການປົກຄອງຕາແສງ, ທ່ານ ສຸພາລັກ ສິງງາມ ແລະ ທ່ານ ພັທ ໄລ ແສນທອນ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.

ໃນຕອນທ້າຍພິທີ, ຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນຕັດແຖບຜ້າເປີດປ້າຍສຳນັກງານຄະນະກໍາມະການປົກຄອງຕາແສງເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ຢ່າງເປັນທາງການ, ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ໃນໂອກາດການປະກາດສ້າງຕັ້ງຕາແສງຄັ້ງນີ້ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa