ເມືອງເງິນຈັດພີທີບາສີສູ່ຂວັນຕ້ອນຮັບປີໃໜ່ລາວ ປະຈໍາ ພສ 2569

ໃນລະຫວ່າງວັນທີ 16-17 ເມສາ 2026 ຜ່ານມານີ້. ຢູ່ທີ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີຫົດສົງພະທາດໝັດຄໍາ, ຫົດສົງພະທາດວັດສີລິບຸນຍືນ, ຫົດສົງພະສົງສໍາມະເນນພາຍໃນເມືອງເງິນຢູ່ທີວັັດສີລິບຸນຍືນ, ບ້ານຫຼວງມີໄຊ ແລະ ບາສີສູ່ຂວັນຕ້ອນຮັບປີໃໜ່ລາວ ປະຈໍາປີ ພສ 2569 ໂດຍການເຂົ້າຮ່ວມເປັນກຽດ ຂອງທ່ານ ທອງພັນ ສຸກສະຫວັດ ເລຂາພັກເມືອງ ເມືອງເງິນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ນັກທຸລະກິດຜູ້ປະກອບການ, ທ່ານ ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຕະຫຼອດຮອດພະນັກງານບໍານານ ແລະ ຊາວພຸດສະນິກະຊົນເຂົ້າຮ່ວມ.

ໃນວັນທີ 16 ເມສາ 2026 ໄດ້ມີພິທີຫົດສົງພະທາດໝັດຄໍາ, ຫົດສົງພະທາດສີລິບຸນຍືນ ແລະ ພະສົງສໍາມະເນພາຍໃນເມືອງເງິນຕາມຮີດຄອງປະເພນີສຶບທອດກັນມາແຕ່ດົນນານໃນມື້ພະຍາວັນຂອງວັນຂຶ້ນປີໃໝ່ລາວເຮົາ ແລະ ໃນວັນທີ 17 ເມສາ 2026 ໄດ້ມີພິທີຫົດສົງອວຍພອນປີໃໝ່ໃຫ້ກັນ ແລະ ກັນ ເພື່ອເປັນການລ້າງສິ່ງບໍ່ດີໃຫ້ຕົກໄປນໍາປີເກົ່າ ເນົ່າໄປນຳປີຫຼັງ ພ້ອມທັງອວຍພອນໃຫ້ບັນດາທ່ານມີແຕ່ໂຊກ ມີແຕ່ໄຊຕະຫຼອດປີ ແລະ ປະຕິບັດຕາມຮີດ 12 ຄອງ 14 ທີ່ພວກເຮົາທີ່ເຄີຍສືບສານກັນມາແຕ່ບູຮານນະການ ດ້ວຍການບາສີສູ່ຂັວນ ເພື່ອອວຍພອນໃຫ້ການນໍາ ເມືອງ ມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ, ມີພາລະອະນາໄມສົມບູນ ມີຄວາມຈະເລີນກ້າວໜ້າທຸກປະການ.

ຈາກນັ້ນ ທ່ານ ທອງພັນ ສຸກສະຫວັດ ເລຂາພັກເມືອງ ເມືອງເງິນ ກໍ່ໄດ້ຂື້ນກ່າວຄໍາອວຍພອນປີໃໜ່ ປະຈຳປີ ພສ 2569 ພ້ອມທັງຜ່ານຜົນງານຕະຫຼອດໄລຍະ 1 ປີຜ່ານມາ ເມືອງເງິນສາມາດຮັກສາໄດ້ສະຖຽນລະພາບທາງດ້ານເມືອງ ສັງຄົມມີຄວາມຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ມີການພັດທະນາດີຂື້ນເປັນກ້າວໆ ເນື່ອງໃນໂອກາດ ປີໃໜ່ລາວ  ພສ 2569 ທີ່ໄດ້ໜູນວຽນມາຮອດ ຂໍໃຫ້ທຸກທ່ານມີສຸຂະພາບເຂັ້ມແຂງ ມີຜົນສໍາເລັດໃໜ່ຍິ່ງໃຫຍ່ເກົ່າ ແລະ ມີຄວາມຢູ່ເຢັນເປັນສຸກຕະຫຼອດປີ.

ຕ້ອນທ້າຍກໍ່ໄດ້ຮ່ວມພາເຂົ້າສາມັກຄີ,​​ເພື່ອເປັນຜູກແໜ້ນຄວາມສາມັກຄີ ລະຫວ່າງການນໍາ ເມືອງ – ບ້ານ ຕະຫລອດຮອດປະຊາຊົນຊາວເມືອງເງິນ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa