

ໃນວັນທີ 21 ເມສາ 2026 ນີ້, ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ເມືອງແກ່ນທ້າວ. ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ການລົງຕິດຕາມຄັ້ງນີ້ ໄດ້ລົງເບິ່ງໜ້າວຽກຕົວຈິງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າເຫືອງ (ເຂດບ້ານພວນ) 2 ຈຸດ ຄື: ຈຸດທີ 1: ມີຄວາມຍາວທັງໝົດ 590 ແມັດ, ມູນຄ່າການກໍ່ສ້າງ 17 ຕື້ກວ່າກີບ ຮັບເໝົາກໍ່ສ້າງໂດຍບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ຈໍາກັດ. ປະຈຸບັນ, ການຈັດຕັ້ງປະຕິບັດໜ້າວຽກມີຄວາມຄືບໜ້າແລ້ວ 87% ແລະ ຈຸດທີ 2 (ຈຸດທີ່ມີຄວາມສ່ຽງ) ການນຳແຂວງ ແລະ ເມືອງ ໄດ້ຕົກລົງອະນຸມັດໃຫ້ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ຈໍາກັດ ເປັນຜູ້ຮັບຜິດຊອບ ໃນການປະຕິບັດໜ້າວຽກລັອກຕີນ ເພື່ອປ້ອງກັນການເຈື່ອນໄຫຼໃນໄລຍະຍາວ, ເຊິ່ງມີຄວາມຍາວ 300 ແມັດ.
ໃນໂອກາດດຽວກັນ, ທ່ານເລຂາພັກແຂວງ ຍັງໄດ້ໄປຕິດຕາມຄວາມຄືບໜ້າຂອງໂຄງການ ສ້ອມແປງ ແລະ ຟື້ນຟູເສັ້ນທາງປູຢາງເທດສະບານເມືອງ ເຊິ່ງໂຄງການດັ່ງກ່າວ ມີ 21 ເສັ້ນ, ມີຄວາມຍາວ 8,6 ກິໂລແມັດ, ມູນຄ່າການກໍ່ສ້າງ 21,16 ຕື້ກີບ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ສົມວັນຈະເລີນ ກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານ ຈໍາກັດ, ເຊິ່ງມາຮອດປະຈຸບັນແມ່ນປະຕິບັດໄດ້ແລ້ວ 91,5%.
ຜ່ານການລົງຕິດຕາມຕົວຈິງ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ຮັບປະກັນຄຸນນະພາບ ແລະ ຊຸກຍູ້ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ.