

ໃນວັນທີ 21 ເມສາ 2026 ນີ້, ຢູ່ທີ່ກອງຮ້ອຍ ທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ມີສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ທີມງານຂັ້ນແຂວງ, ປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າຫ້ອງວ່າການເມືອງ, ຄະນະພັກ-ຄະນະບັນຊາ ແລະ ນາຍທະຫານກອງຮ້ອຍຊາຍແດນ 158 ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ພັນເອກ ສຸກສົມພອນ ທອງຄຳ ຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ສະບັບເລກທີ 36, ລົງວັນທີ 20 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງແກ່ນທ້າວ ເຊິ່ງປະກອບມີ: ສະຫາຍ ຄໍາປຸ່ນ ນວນສະບັບ ເປັນປະທານ, ສະຫາຍ ສີຄານ ແກ່ນມະນີ ເປັນຮອງປະທານ, ສະຫາຍ ພັນໂທ ບຸນຍູ້ ອິນທະວອນ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ສະຫາຍ ພັນໂທ ອຸ່ນເຮືອນ ກັນທະວົງ ເປັນຮອງປະທານ, ສະຫາຍ ສັນຕິພາບ ປັນຍາສີ ເປັນກຳມະການ ແລະ ສະຫາຍ ພັນຕີ ວົງໄຊ ເຮືອງລິດ ເປັນກຳມະການ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ສະບັບເລກທີ 38 ວ່າດ້ວຍຂອບເຂດສິດ ແລະ ໜ້າທີ່ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ.
ຕອນທ້າຍພິທີ, ສະຫາຍ ເພັງນິລັນ ຄໍາພັນເພັງ ໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ພ້ອມນັ້ນ, ສະຫາຍໄດ້ເນັ້ນໜັກໃຫ້ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ຕ້ອງກໍາແໜ້ນ ແລະ ເຊື່ອມຊຶມສິດ-ໜ້າທີ່ຂອງຕົນຢ່າງລະອຽດຊັດເຈນ, ເອົາໃຈໃສ່ເຮັດວຽກງານສ່ອງແສງລາຍງານເປັນປົກກະຕິ. ບັນດາກໍາລັງຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານນັກຮົບ, ຍົກສູງສະຕິລະວັງຕົວ, ກໍາແໜ້ນສະພາບການຮອບດ້ານ ແລະ ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ ເພື່ອປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ສະຫາຍເລຂາຄະນະບໍລິຫານງານພັກແຂວງ ຍັງໄດ້ມອບລົດພາຫະນະ ປະເພດລົດສິ້ງ ຈໍານວນ 1 ຄັນ ໃຫ້ກອງຮ້ອຍ ທະຫານຊາຍແດນ 158 ຄຸ້ມຄອງ ແລະ ນໍາໃຊ້ເຂົ້າວຽກງານລວມຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ ແລະ ນໍາໃຊ້ໄດ້ຢ່າງຍາວນານ.