ແກ່ນທ້າວ ເປີດນໍາໃຊ້ເສັ້ນທາງປູຢາງ ແລະ ເສັ້ນທາງເບຕົງເທດສະບານເມືອງຢ່າງເປັນທາງການ.

ໃນຕອນເຊົ້າວັນທີ 16 ເມສາ 2026 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເປີດນໍາໃຊ້ເສັ້ນປູຢາງ ແລະ ເສັ້ນທາງເບຕົງເທດສະບານເມືອງຢ່າງເປັນທາງການ ຢູ່ທີ່ເສັ້ນທາງເບຕົງດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິການງານພັກເມືອງແກ່ນທ້າວ, ທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິການງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີອະດີດການນໍາຂັ້ນແຂວງ, ບັນດາກໍາມະການປະຈໍາພັກເມືອງ, ກໍາມະກໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ນັກທຸລະກິດ-ຜູ້ປະກອບການ, ພະນັກງານ-ລັດຖະກອນ ແລະ ອົງການປົກຄອງບ້ານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ໄດ້ລາຍງານໃຫ້ຮູ້ ວ່າ: ໂຄງການກໍ່ສ້າງ ເສັ້ນທາງປູຢາງ ແຕ່ຫ້າແຍກຕະຫຼາດ ຫາ ທາງເຂົ້າດ່ານສາກົນຂົວມິດຕະພາບນໍ້າເຫືອງ ຄວາມຍາວ 5,7 ກິໂລແມັດ, ມູນຄ່າ 34,66 ຕື້ກີບ ໂດຍແມ່ນ​ບໍ​ລິ​ສັດ ວິ​ໄລ​ພອນ 1818 ກໍ່​ສ້າງ​ຂົວ-ທາງ ຈຳ​ກັ​ດ ຮັບ​ເໝົາ​ກໍ່​ສ້າງ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມີ​ນາ 2025 ແລະ ໄດ້ສໍາເລັດໃນເດືອນ ມິ​ຖຸ​ນາ 2025, ໂຄງການກໍ່ສ້າງສ້ອມແປງຟື້ນຟູເສັ້ນທາງປູຢາງເທດສະບານເມືອງ ຈໍານວນ 21 ເສັ້ນ, ຄວາມຍາວ 8,6 ກິໂລເມັດ, ມູນຄ່າ 21,16 ຕື້ກີບ, ​ໂດຍແມ່ນບໍ​ລິ​ສັດ ສົມ​ວັນ​ຈະ​ເລີນ ກໍ່​ສ້າງ​ຂົວ-ທາງ ແລະ ເຄ​ຫະ​ສະ​ຖານ ​ຈຳ​ກັດ ຮັບ​ເໝົາ​ກໍ່​ສ້າງ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ​ສິງ​ຫາ 2025 ​ ມາຮອດປະຈຸບັນປະຕິບັດໄດ້ 91,5% ແລະ ໂຄງການກໍ່ສ້າງທາງເບຕົງແຕ່​ໜ້າ​ຫ້ອງວ່າ​ການ​ເມືອງ ຫາ ໜ້າ​ວັດ​ສີ​ພູມ ໂດຍການປະກອບສ່ວນທຶນຂອງປະຊາຊົນ 9 ບ້ານເທດສະບານ, ນັກທຸລະກິດ-ຜູ້ປະກອບການ ແລະ ການ​ຈັດ​ຕັ້ງພາກລັດ, ​ພະ​ນັກ​ງານ-ລັດ​ຖະ​ກອນ, ທະ​ຫານ, ຕຳຫຼວດ. ເສັ້ນທາງດັ່ງກ່າວ ມີຄວາມຍາວ 750 ແມັດ, ກວ້າງ 6,5 ແມັດ ແລະ 7 ແມັດ, ມູນຄ່າທັງໝົດ 3.087.148.509 ກີບ. ໃນນັ້ນ,  ມູນຄ່າກໍ່ສ້າງໜ້າທາງ 1.856.229.700 ກີບ, ມູນຄ່າກໍ່ສ້າງຮ່ອງລະບາຍນໍ້າ (ວາງທໍ່ຂ້າງທາງ) ແລະ ທາງ​ຍ່າງ ມູນຄ່າ 1.170.918.809 ກີບ ແລະ ມູນຄ່າການກໍ່ສ້າງປະຕູໂຂງເພື່ອບໍ່ໃຫ້ລົດບັນທຸກແລ່ນຜ່ານ ມູນຄ່າ 60.000.000 ກີບ ໂດຍ​ແມ່ນບໍ​ລິ​ສັດ ຈັນ​ທະ​ພົມ​ ກໍ່​ສ້າງ​ເຄ​ຫະ​ສະ​ຖານ ຈຳ​ກັດ ຮັບ​ເໝົາ​ກໍ່​ສ້າງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີ​ນາ 2024 ມາຮອດເດືອນເມ​ສາ 2026 ຈຶ່ງສໍາເລັດ.

ພິທີຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ບັນດາບໍລິສັດ ແລະ ບຸກຄົນ ທີ່ປະກອບສ່ວນທຶນຊ່ວຍເຫຼືອໃນການກໍ່ສ້າງທາງເບຕົງ. ຈາກນັ້ນ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິການງານພັກເມືອງແກ່ນທ້າວ ໄດ້ປະ​ກາດ​ເປີດ​ການ​ນຳ​ໃຊ້​ ເສັ້ນ​ທາງ​ປູ​ຢາງ ແລະ ເສັ້ນ​ທາງ​ເບ​ຕົງ​ເທດ​ສະ​ບານ​ເມືອງແກ່ນ​ທ້າວ ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa