ກອງປະຊຸມ ວຽກງານປົກຄອງເມືອງເງິນ ປະຈຳ ເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນ ມິຖຸນາ 2024

 

 

 

ກອງປະຊຸມວຽກງານປົກຄອງເມືອງເງິນ ປະຈໍາເດືອນພຶດສະພາ.
……………………………………
ວັນທີ 12 ມິຖຸນາ 2024 ນີ້. ຢູ່ທີຫ້ອງປະຊຸມຫ້ອງວ່າການ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ເປີດກອງປະຊຸມ ວຽກງານປົກຄອງເມືອງເງິນ ປະຈຳ ເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນ ມິຖຸນາ 2024. ພາຍໃຕ້ການເປັນປະທານ ຂອງທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີຫົວໜ້າຫ້ອງການ, ກົມກອງ, ດ່ານສາກົນນ້ຳເງິນ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ໄດ້ເປັນກຽດຂື້ນເປີດ ກອງປະຊຸມ ບາງຕອນທ່ານກ່າວວ່າ ກອງປະຊຸມຄັ້ງນີ້: ບັນດາຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບຟັງ (ຮ່າງ) ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອົງການປົກຄອງເມືອງ ປະຈໍາ ເດືອນພຶດສະພາ ແລະ ທິດທາງແຜນການ ປະຈໍາເດືອນ ມິຖຸນາ 2024.
ຈາກນັ້ນ ທ່ານ ຊູລິສິດ ຄໍາພູວົງ ຫົວໜ້າຫ້ອງວ່າການເມືອງ ໄດ້ຂື້ນຜ່ານບົດສະຫຼຸບບົດການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງເມືອງ ປະຈໍາ ເດືອນພຶດສະພາ ແລະ ທິດທາງແຜນການປະຈໍາ ເດືອນມິຖຸນາ 2024 ໂດຍສັງເຂບ, ໃນວາລະກອງປະຊຸມ ຕາງໜ້າແຕ່ລະຂົງເຂດ ກໍ່ໄດ້ການລາຍງານສະພາບການພົ້ນເດັ່ນໂດຍຫຍໍ້ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບຟັງການລາຍງານການຈັດເກັບລາບຮັບເຂົ້າງົບປະມານ, ຮັບຟັງການລາຍງານ ການເກັບກູ້ຜົນຜະລິດລະດູແລ້ງ ແລະ ກະກຽມຜົນຜະລິດລະດູຝົນ ການອະນາໄມອ່າງເກັບນໍ້າຫ້ວຍນານ້ອຍ, ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດຊຸກຍູ້ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງ 2W ແລະ ທາງບ້ານແກ້ວດອນຄູນ-ບ້ານປາງບົງ, ຮັບຟັງການລາຍງານຄວາມຄືບໜ້າການແກ້ໄຂບັນຫາຫຍໍ້ທໍ້ ໃນຂົງເຂດສືກສາ ເປັນຕົ້ນແມ່ນການປະລະການຮຽນ ຂອງນ້ອງນັກຮຽນ ແລະ ຂາດແຄນຄູສອນ, ການສອບເສັງເລື່ອນຊັ້ນປະຖົມ, ມັດທະຍົມ, ກະກຽມການສອບເສັງຈົບຊັ້ນ ມ4 ແລະ ມ7, ຮັບຟັງການລາຍງານການກະກຽມເຝົ້າລະວັງ ການລະບາດຂອງພະຍາດຕາມລະດູການ ແລະ ຜົນການຈັດຕັ້ງປະຕິບັດວັນ (ວສຊ) ກັນພະຍາດໝາກແດງໃຫຍ-ໝາກແດງນ້ອຍ, ຮັບຟັງການລາຍງານ ກ່ຽວກັບການກະກຽມຄວາມພ້ອມໃນການຕອບໂຕ້ ໄພພິບັດທີ່ອາດຈະເກີດຂື້ນ ໃນແຕ່ລະໄລຍະ, ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ການກໍານົດຕໍາແໜ່ງງານ, ຂຽນພາລະບົດບາດ, ສິດ ແລະ ໜ້າທີ່, ຂອງບັນດາຫ້ອງການພາຍໃນເມືອງ.
ກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນ,ຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອຊອກໃຫ້ຈຸດດີ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ.


………………………
ໂດຍ: ສຸລີຍາ ແສງເດືອນ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa