ເມືອງໄຊສະຖານ ແຂວງໄຊຍະບູລີໄດ້ຈັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 10 ວັນໃຫ້ແກ່ເລຂາພັກບ້ານ-ນາຍບ້ານ ຊຸດທີ I.

ເມືອງໄຊສະຖານ ໄດ້ຈັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 10 ວັນໃຫ້ແກ່ເລຂາພັກບ້ານ-ນາຍບ້ານ ຊຸດທີ I.

          ໃນວັນທີ 25 ມິຖຸນາ 2024 ເມືອງໄຊສະຖານໄດ້ເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນໃຫ້ແກ່ເລຂາໜ່ວຍພັກບ້ານ – ນາຍບ້ານຊຸດທີ I ໃນທົ່ວເມືອງ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄຊຍະບູລີ ແລະ ເປັນປະທານຂອງ ສະຫາຍ ອູ່ມ ພານຸເດດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກເມືອງ, ຫົວໜ້າຫ້ອງການກວດກາລັດເມືອງ, ຫົວໜ້າຕ້ານການສໍ້ລາດບັງລວງເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໜົດ 21 ສະຫາຍ, ຍິງ 2 ສະຫາຍ, ໂດຍປະຕິບັດຕາມວາລະແລ້ວແມ່ນໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 78 /ຄພມ,ຊຖ, ລົງວັນທີ 30 ພຶດສະພາ 2024 ວ່າດ້ວຍການອານຸມັດໃຫ້ຄະນະໂຄສະນາອົບຮົມເມືອງເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງແຂວງ ໄລຍະສັ້ນ 10 ວັນ ໃຫ້ແກ່ເລຂາໜ່ວຍພັກຮາກຖານບ້ານ ແລະ ຂໍ້ຕົກລົງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສະບັບເລກທີ 274/ຮມປຂ, ລົງວັນທີ 04 ມິຖຸນາ 2024 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໃຫ້ແກ່ຄະນະພັກບ້ານ, ນາຍບ້ານ ຊຸດທີ I ຢູ່ເມືອງໄຊສະຖານ ປີ 2024, ພາຍຫຼັງໄດ້ຮັບການສະເໜີຈຸດປະສົງແລ້ວ ສະຫາຍ ອູ່ມ ພານຸເດດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກເມືອງ, ຫົວໜ້າຫ້ອງກການກວດກາລັດເມືອງ, ຫົວໜ້າຕ້ານການສໍ້ລາດບັງລວງເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ກໍ່ໄດ້ກ່າວເປີດຊຸດຝຶກອົບຮົມ ແລະ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວສະບັບເລກທີ່ 04/ຄຮຊ, ລົງວັນທີ 20 ມິຖຸນາ 2024, ບົດສະເໜີໂຄງການ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 76/ຄພມ. ຊຖ, ລົງວັນທີ 29 ພຶດສະພາ 2024 ວ່າດ້ວຍການອະນຸມັດໃຫ້ເລຂາໜ່ວຍພັກ – ນາຍບ້ານ ເຂົ້າຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງແຂວງ 10 ວັນ. ແລະ ພິທີຝຶກອົບຮົມຈະໄດ້ດຳເນີນໄປນັບແຕ່ ວັນທີ 25 ມິຖຸນາ 2024 ຫາ ວັນທີ 3 ກໍລະກົດ ຈິງຈະສຳເລັດລົງ, ໃນຕອນທ້າຍພິທີ ສະຫາຍ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄຊຍະບູລີ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ພິທີຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນໃຫ້ແກ່ເລຂາໜ່ວຍພັກບ້ານ – ນາຍບ້ານສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາສະຫາຍຄະນະຮັບຜິດຊອບຊຸດການຮຽນ-ການສອນທີ່ໄດ້ເອົາໃຈ ໃສ່ຫ້າງຫາກະກຽມ ແລະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກຮອບດ້ານໃຫ້ແກ່ການຮຽນ-ການສອນຊຸດນີ້ ໂດຍສະເພາະດ້ານງົບປະມານ, ສະຖານທີ, ປື້ມຕຳລາຮຽນ, ອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ອື່ນໆ , ມັນໄດ້ເປັນຂີດໝາຍ, ບາດກ້າວທີ່ສຳຄັນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍ່ຄືວຽກງານການກໍ່ສ້າງພັກໃຫ້ມີຄວາມຮູ້ຄວາມສາມາດ, ມີທິດສະດີຂັ້ັ້ນພື້ນຖານອັນແນ່ນອນໃນການນຳພາ – ຄຸ້ມຄອງອົງການປົກຄອງບ້ານໃຫ້ມີຄວາມຮັບຮູ້ເຂົ້າໃຈທາງດ້ານທິດ ສະດີ ແລະ ຮູ້ສົມທຽບພຶດຕິກຳຕົວຈິງຂອງບ້ານຕົນ, ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກງານຕົວຈິງໃຫ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ເປັນການສືກຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນໃຫ້ບັນລຸຕາມຄາດໝາຍ ແລະ ສະຫາຍຍັງໄດ້ເນັ່ນໜັກຕໍ່ໜັກສຳມະນາກອນຕ້ອງໄດ້ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ແລກປ່ຽນສົນທະນາກັບຄູອາຈານໃຫ້ຫຼາກຫຼາຍ ແລະ ບັດຫາອືນໆຕືມອີກ.

ຂ່າວ+ພາບ: ທ່ານ ສີນົນ ອ່ອນສາ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa