ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 16 ສະໄຫມທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 16 ສະໄຫມທີ VII
ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2024 ນີ້ ຢູ່ທີ່ສະໂມສອນ ເມືອງບໍ່ແຕນ ແຂວງໄຊຍະບູລີ ຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 16 ສະໄຫມທີ VII ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍ່ແຕນ, ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ຄຳສີ ແພງສະຫວັນ ຄະນະປະຈໍາພັກແຂວງ,ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ເລຂາໜ່ວຍພັກບ້ານ ຕະຫຼອດຮອດຄະນະໜ່ວຍພັກ ເຂົ້າຮ່ວມ ສະຫາຍ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍ່ແຕນ, ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 16 ສະໄໜທີ VII ຢ່າງເປັນທາງການ, ຈາກນັ້ນສະຫາຍ ອຸ່ນ ທຳມະວົງ ຮອງເລຂາພັກເມືອງ ປະທານກວດກາພັກ, ປະທານກວດກາອົງການລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງເມືອງ ໄດ້ຜ່ານຮ່າງບົດຕີລາຄາການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VII ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ມີຫລາຍດ້ານທີ່ພົ້ນເດັ່ນໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ, ໂຄງການດໍາເນີນງານ ແລະ ແຜນຈຸດສຸມປະຈໍາປີ 2024 ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ, ຕະຫລອດໄລຍະ 6 ເດືອນຜ່ານມາ ສະພາບທັງພາຍໃນ ແລະ ພາຍນອກ ຍັງມີການຜັນແປໄປຢ່າງສັບສົນ ບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ເງິນກີບອ່ອນຄ່າ, ລາຄາສິນຄ້າອຸປະໂພກ-ບໍລິໂພກເພີ່ມຂຶ້ນ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໄດ້ທັນເວລາ, ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ວາງໄວ້ ແລະ ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ຄວາມບອບບາງທາງດ້ານເສດຖະກິດ ໂດຍສຸມໃສ່ຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ແລະ ຜະລິດສິນຄ້າໃຫ້ຫຼາຍຂຶ້ນ ປຸກລະດົມການປູກພືດລະດູແລ້ງ ເຊິ່ງເຫັນວ່າມີການເຮັດນາແຊງ, ສາລີຫວານ, ຖົ່ວດິນ ເປັນຂະບວນຫລາຍສົມຄວນ ພ້ອມນີ້ກໍ່ໄດ້ສ້າງເງື່ອນໄຂດຶງດູດການລົງທຶນເຂົ້າໃນການປູກພືດສົ່ງອອກເຊັ່ນ: ໝາກໂມ, ໝາກກ້ວຍຫອມ ຈາກຕ່າງປະເທດໄດ້ຫຼາຍຂຶ້ນ ການຄຸ້ມຄອງຈັດເກັບລາຍຮັບໃນ 6 ເດືອນຜ່ານມາໄດ້ທັງໝົດ 2.028.807.931 ກີບ ເທົ່າກັບ 66,29 % ຂອງແຜນການປີ, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 1.144.031.000 ກີບ ເທົ່າກັບ 44 % ຂອງແຜນການປີ ໄດ້ສົ່ງເສີມການຜະລິດພາຍໃນເພື່ອຈຳກັດການນຳເຂົ້າ, ສົ່ງອອກສິນຄ້າໄປຕ່າງປະເທດມູນຄ່າທັງໝົດ 74.929 ໂດລາ, ໄດ້ຕິດຕາມຊຸກຍູ້ບໍລິສັດສ້ອມແປງສຸກເສີນເສັ້ນທາງໃນທົ່ວເມືອງ ແລະ ປຸກລະດົມປະຊາຊົນກໍ່ສ້າງທາງຊອຍເບຕົງຈຳນວນ 10 ບ້ານ ມີຄວາມຍາວທັງໝົດ 3.000 ກວ່າເມັດ ມູນຄ່າ 1.979,63 ລ້ານກີບ ແມ່ນປະຕິບັດໄດ້ຕາມລະບຽບຫຼັກການ. ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ແລະ ມີຄວາມຮັບຜິດຊອບສູງໃສ່ຮ່າງບົດລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ທ້າຍປີ 2024 ຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີີ່ຈະຕອ້ງໄດ້ສືບຕໍ່ແກ້ໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ຕອນທ້າຍກອງປະຊຸມ ບັນດາຜູ້ແທນກອງປະຊຸມ ກໍ່ຈະໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງ ສະຫາຍ ຄຳສີ ແພງສະຫວັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ກອງປະຊຸມດັ່ງກ່າວ ແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ.
ພາບ-ຂ່າວ: ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa