3 ຂົງເຂດຂອງເມືອງເງີນໄດ້ຮັບການເຊຶ່ອມຊຶມເອກະສານວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

3 ຂົງເຂດຂອງເມືອງເງີນໄດ້ຮັບການເຊຶ່ອມຊຶມເອກະສານວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.
……………………………….
ໃນວັນທີ 26 ມິຖຸນາ 2024 ເມືອງເງິນ ແຂວງໄຊຍະບູລີ 3 ຂົງເຂດໄດ້ຈັດຕັ້ງເຜີຍແຜ່ເຊຶ່ອມຊຶມເອກະສານມະຕິທີ່ສໍາຄັນຂອງພັກ-ລັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ມີພະນັກງານ-ລັດຖະກອນທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ມະຕິຂອງລັດຖະບານສະບັບເລກທີ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ຄໍາສັ່ງຂອງຄະນະປະຈໍາພັກແຂວງໄຊຍະບູລີ ເລກທີ 01/ຄພຂ.ຊຍ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຢູ່ເມືອງເງິນ ໃນຄັ້ງນີ້.ໄດ້ແບ່ງອອກເປັນ 3 ຈຸດ: ຈຸດທີ 1 ແມ່ນກຸ່ມການເມືອງ ຢູ່ທີ່ຫ້ອງປະຊຸມທາງໄກຫ້ອງວ່າການເມືອງ, ຈຸດທີ 2 ແມ່ນກຸ່ມວັດທະນະທໍາສັງຄົມ ຢູ່ສະໂມສອນຂອງເມືອງ ແລະ ຈຸດທີ່ 3 ແມ່ນກຸ່ມເສດຖະກິດ ຢູ່ທີ່ຫ້ອງປະຊຸມຫ້ອງການ ການເງິນເມືອງ:
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້, ເພື່ອເເນໃສ່ເຮັດໃຫ້ບັນດາຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຄວາມເປັນເຈົ້າໃນການປະຕິບັດພັນທະໜ້າທີ່ຂອງແຕ່ລະພາກສ່ວນຢ່າງທົ່ວເຖິງ ເປັນການສ້າງບາດກ້າວບຸກທະລຸໃນການພັດທະນາຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນການພັດທະນາແບບຢືນຍົງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພຶື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ນັບມື້ເປັນຮູບປະທໍາດີຂຶ້ນເປັນກ້າວໆ ດ້ວຍຈິດໃຈບຸກທະລຸຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງ ເຮັດໃຫ້ແຂວງ, ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈເພື່ອແນ່ໃສ່ການແກ້ໄຂບັນຫາຕົວຈິງຂອງພັກ, ຂອງຊາດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງແຂງແຮງກວ່າເກົ່າ ເພື່ອສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດໃນການສຶບຕໍ່ນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

                                                             ຂ່າວ-ພາບ: ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa