ເມືອງພຽງ ແຂວງໄຊຍະບູລີ ເຊື່ອມຊືມເອກະສານວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

ເມືອງພຽງ ແຂວງໄຊຍະບູລີ ເຊື່ອມຊືມເອກະສານວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.
……………………
ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໃນວັນທີ 1 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງທ່ານ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ພະນັກງານພ້ອມດ້ວຍນັກທຸລະກິດຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ. ກອງປະຊຸມໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ມະຕິຂອງລັດຖະບານວ່າດ້ວຍຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຄຳສັ່ງຂອງຄະນະປະຈຳພັກແຂວງໄຊຍະບູລີວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຢູ່ແຂວງໄຊຍະບູລີໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນໃນການການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ເຊິ່ງເນື້ອແທ້ແມ່ນການຍົກສູງສະຕິຊາດ ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນພາຍໃນຊາດເພຶ່ອຂຸດຄົ້ນແຫ່ງບົ່ມຊ້ອນທີ່ ໄດ້ປຽບໃນດ້ານຕ່າງໆຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນືງເຖີງປະສິທິພາບປະສິດທິຜົນ ແລະ ຄວາມຄຸ້ມຄ່າຂອງການນຳໃຊ້ຄວາມສາມາດບົ່ມຊ້ອນຊັບພະຍາກອນທີ່ມີເພຶ່ອເຮັດໃຫ້ຄະນະນຳທຸກຂັ້ນສະມາຊິກພັກທຸກສະຫາຍກໍ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນມີການຫັນປ່ຽນຢ່າງແຂງແຮງເລີກເຊິ່ງເປັນເຈົ້າການປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນຢ່າງຈິງຈັງ ແລະ ທົ່ວເຖີງເປັນການສ້າງບາດກ້າວບຸກທະລຸໃນການພັດທະນາຮັບປະກັນການເຕີບໂຕທາງດ້ານເສດຖະກິດດ້ວຍຈັງວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນການພັດທະນາແບບຍືນຍົງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງີນໃຫ້ນັບມື້ເປັນຮູບປະທຳດ້ວຍຈິດໃຈບຸກທະລຸເພຶ່ອສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນບັນດາເຜົ່າເຮັດໃຫ້ສັງຄົມມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
…………………….
ຂ່າວ: ສິດທິພອນ ທີແກ້ວ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa