ເມືອງໄຊຍະບູລີ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນ ຂອງຊາດຂອງພັກ.

ເມືອງໄຊຍະບູລີ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນ ຂອງຊາດຂອງພັກ.
……………..
ໃນຕອນເຊົ້າວັນທີ 14 ກໍລະກົດ 2024 ນີ້ ເມືອງໄຊຍະບູລີ ໄດ້ຈັດ ພິທີປາຖະກະຖາ 4 ວັນສໍາຄັນຂອງຊາດຂອງພັກ ແລະ ຂອງທ່ານຜູ້ນໍາຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ເສນ ພັນລັກ ເລຂາພັກເມືອງ ວ່າການເຈົ້າເມືອງໄຊຍະບູລີ ຫົວໜ້າຄະນະສະພາປະຊາຊົນແຂວງປະຈໍາເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ, ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.
ທ່ານ ເສນ ພັນລັກ ເລຂາພັກເມືອງ ວ່າການເຈົ້າເມືອງໄຊຍະບູລີ ຫົວໜ້າຄະນະສະພາປະຊາຊົນແຂວງປະຈໍາເມືອງໄຊຍະບູລີ ໃຫ້ກຽດປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ຂອງທ່ານຜູ້ນໍາຄື: ວັນເກີດຂອງປະທານສຸພານຸວົງ ຄົບຮອບ 115 ປີ (13-7-1909-13-7-2024), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ຄົບຮອບ 62 ປີ (5-9-1962-5-9-2024), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ (18-7-1977-18-7.2024),ວັນກໍາເນີດກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 58 ປີ (13-7-1966-13-7.2024) ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດ, ຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີ ຂອງປະທານສຸພານຸວົງ ຕະຫຼອດໄລຍະ 115 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນການທູດລາວ-ຫວຽດ, ຄວາມສໍາຄັນຂອງວັນເຊັນນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ, ທັງໜົດນີ້ກໍ່ເເນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມນໍາເອົາເນື້ອດັ່ງໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ ໃນຕອນທ້າຍຂອງພິທີ ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄຫມທີ XI ຕື່ມອີກ.
…………………..
ຂ່າວ-ພາບ : ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa