ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ.

ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ.
…………………………….
ໃນວັນທີ 1 ສິງຫາ ປີນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມທີມງານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເຈົ້າເມືອງ 11 ເມືອງ.
ກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານສະພາບຂອງເສດຖະກິດ-ສັງຄົມໂດຍສັງເຂບ ເຊິ່ງທ່ານໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ໂດຍລວມເຫັນວ່າ ບັນຍາກາດການຜະລິດ, ທຸລະກິດຍັງສືບຕໍ່ເປັນຂະບວນການດີ ໂດຍສະເພາະການຜະລິດສະບຽງອາຫານ, ຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກ, ພື້ນຖານຫັດຖະກໍາ, ອຸດສາຫະກໍາປຸງແຕ່ງຈໍານວນໜຶ່ງຂະຫຍາຍຕົວເພີ່ມຂຶ້ນ ຄາດວ່າໝົດປີ ອັດຕາເຕີບໂຕເສດຖະກິດຂອງແຂວງຈະບັນລຸ 5,5% ລວມຍອດຜະລິດຕະພັນພາຍໃນ 15.762 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໜຶ່ງ 36,93 ລ້ານກີບຕໍ່ຄົນຕໍ່ປີ, ຈັດເກັບລາຍຮັບໄດ້ທັງໝົດ 1.169,75 ຕື້ກີບ, ເທົ່າກັບ 60,37%, ການລົງທຶນທົ່ວສັງຄົມທັງໝົດ 2.296,34 ຕື້ກີບ ເທົ່າກັບ 53,95% ຂອງແຜນການປີ, ການຄຸ້ມຄອງລາຄາສີນຄ້າແມ່ນໄດ້ສຸມໃສ່ບັນດາກຸ່ມການຜະລິດ ແລະ ກຸ່ມການບໍລິການໃຫ້ມີການກໍານົດໂຄງສ້າງລາຄາສີນຄ້າ ແລະ ເຮັດການດຸ່ນດ່ຽງ ໂດຍສະເພາະແມ່ນສິນຄ້າກະທົບໄວ ເຊັ່ນ: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ, ພ້ອມດຽວກັນກໍ່ໄດ້ຈໍາກັດການນໍາເຂົ້າສີນຄ້າທີ່ບໍ່ຈໍາເປັນ, ສາມາດຜະລິດເຂົ້ານາແຊງໄດ້ທັງໝົດ 7.924 ໂຕນ, ປັກດຳເຂົ້ານາປີໄດ້ 28.109 ເຮັກຕາ, ເທົ່າກັບ 76%, ປູກພືດສະບຽງອາຫານ, ພືດກະສິກໍາເປັນສິນຄ້າ ແລະ ການລ້ຽງສັດແບບເປັນກຸ່ມເປັນຟາມມີທ່າອ່ຽງເພີ່ມຂຶ້ນ, ສ່ວນວຽກງານອື່ນໆກໍ່ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ໂອກາດດັ່ງກ່າວທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງແຂວງ ໂດຍໄດ້ລົງເລິກຕໍ່ວຽກງານພັກ-ພະນັກງານ ເປັນຕົ້ນແມ່ນ: ໃຫ້ສືບຕໍ່ເອົາໃຈໃສ່ໃນການກໍ່ສ້າງພັກ-ພະນັກງານໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມທັງເອົາໃຈໃສ່ປະຕິບັດບັນດາມະຕິ ແລະ ຄໍາສັ່ງຕ່າງໆຂອງຂັ້ນເທິງໃຫ້ເຂັ້ມງວດ, ເອົາໃຈໃສ່ໃນການຂະຫຍາຍພັກໂດຍຄັດເລືອກໃຫ້ໄດ້ຜູ້ທີ່ມີມາດຖານຄົບຖ້ວນແທ້, ສືກສາອົບຮົມພະນັກງານໃຫ້ເປັນແບບຢ່າງນໍາໜ້າທີ່ດີຂອງປະຊາຊົນ, ຄະນະພັກຂັ້ນຕ່າງໆຕ້ອງຊຸກຍູ້ໃຫ້ສະມາຊິກພັກໄດ້ເຄື່ອນໄຫວຕາມພາລະບົດບາດໃຫ້ມີປະສິດທິພາບ, ຕ້ອງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກເພື່ອພ້ອມກັນຊີ້ນໍາ-ນໍາພາທຸກວຽກງານ, ພ້ອມດຽວກັນກໍ່ຕ້ອງຕ້ານ ແລະ ສະກັດກັ້ນການແບ່ງພັກແບ່ງພວກ, ຕ້ອງຊຸກຍູ້ຕໍ່ພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ຕິດຕາມປະເມີນເພື່ອກໍ່ສ້າງໃຫ້ເປັນຜູ້ສືບທອດໃນອານາຄົດ.
…………………………………….
ຂ່າວ-ພາບ: ສິດທິພອນ ທີແກ້ວ
#News.XBL

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa