ແຂວງໄຊຍະບູລີເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ.

ແຂວງໄຊຍະບູລີເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ.
…………………………….
ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2024 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ແຈ້ງການຄະນະຈັດຕັ້ງສູນກາງພັກເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີເລຂາພັກເມືອງ 11 ເມືອງ, ອົງການ, ກົມກອງ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄດ້ຂຶ້ນຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລສພ ລົງວັນທີ 5 ກໍລະກົດ 2024 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາພັກແຕ່ລະຂັ້ນ, ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງສະບັບເລກທີ 324/ຄພຂ ລົງວັນທີ 6 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ,ປກສ ແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານສໍານັກງານ-ອົງການອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານພັກບ້ານໃນທົ່ວແຂວງໄຊຍະບູລີ, ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກແຂວງສະບັບເລກທີ 114/ຄພຂ.ຊຍ ລົງວັນທີ 18 ມີນາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຮາກຖານພັກສໍານັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ແຂວງ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະພັກແຂວງ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 99/ຄຈສພ ລົງວັນທີ 26 ເມສາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 186/ຄຈສຄ ລົງວັນທີ 3 ກໍລະກົດ 2024 ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກຊຸດປະຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂຕາມທີ່ນິຕິກໍາໄດ້ກໍານົດໄວ້ ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນທີ່ຈະອອກສະໜັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 197/ຄຈສພ ລົງວັນທີ 8/ກໍລະກົດ 2024 ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ. ຜ່ານແຈ້ງການຂອງຄະນະປະຈໍາພັກແຂວງ ສະບັບເລກທີ 169/ ຄພຂ.ຊຍ ລົງວັນທີ 10 ພຶດສະພາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 326/ ຄພຂ ລົງວັນທີ 6 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ຄະນະຮັບຜິດຊອບລົງຊີ້ນໍາແຕ່ລະເມືອງ ແລະ ບັນດາຮາກຖານພັກພະແນກການ, ອົງການລັດວິສາຫະກິດອ້ອມຂ້າງແຂວງ, ອົງຄະນະພັກ ປກຊ, ປກສ ແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສະບັບເລກທີ 207/ ຄພຂ ລົງວັນທີ 6 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບລົງຕິດຕາມຢູ່ແຕ່ລະເມືອງ. ຈຸດປະສົງໃນກອງປະຊຸມໃນຄັ້ງນີ້ ກໍ່ເພື່ອຍົກສູງຄວາມສາມາດນໍາພາຕໍ່ທຸກຂົງເຂດວຽກງານ ແລະ ເພິ່ມທະວີກໍາລັງແຮງສູ້ຮົບຂອງພັກຕິດພັນກັບການສ້າງການຫັນປ່ຽນຢ່າງແຂງແຮງ, ເລີກເຊິ່ງ ແລະ ຮອບດ້ານ ທັງເປັນການປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະບໍລິຫານງານພັກ, ຂອງຄະນະປະຈໍາພັກແຕລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສ້າງຄວາມເຊື່ອໝັ້ນສັດທາຂອງມະຫາຊົນຕໍ່ການນໍາພາຂອງພັກສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງໃນການປະຕິບັດໜ້າທີ່ການເມືອງຂອງພັກຢູ່ແຕ່ລະຂັ້ນໃນໄລຍະໃໝ່. ຈາກນັ້ນ ຜູ້ແທນກອງປະຊຸມກໍ່ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອໃຫ້ກອງປະຊຸມມີຄວາມໝາຍຄວາມສໍາຄັນຍິ່ງຂຶ້ນກວ່າເກົ່າ.
………………………
ຂ່າວ+ພາບ: ສິດທິພອນ ທີແກ້ວ
#News.XBL

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa