ເມືອງໄຊສະຖານ ເຊື່ອມຊືມຄຳສັ່ງຂອງຄະນະເລຂາ

ທິການສູນກາງພັກ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ.

ໃນຕອນເຊົ້າ ວັນທີ 06 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມໃຫ່ຍຂອງເມືອງໄດ້ເປີດກອງປະຊຸມເຊື່ອມຊືມຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອູ່ມ ພານຸເດດ ຮອງເລຂາຄະນະບໍລິຫານງານພັກເມືອງ,ປະທານຄະນະກວດກາພັກ-ລັດເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ເປັນເຂົ້າຮ່ວມຂອງສະຫາຍ ຄຳຜາຍ ແກ້ວບົວ ຮອງປະທານແນວລາວສ້າງຊາດແຂວງ, ຮອງຫົວຄະນະຊີ້ນຳ ແລະ ຄະນະຮັບຜິດຊອບລົງຕິດຕາມຢູ່ເມືອງໄຊສະຖານ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ອົງການ,ກົມກອງ, ຕະ ຫຼອດຮອດສະມາຊິກພັກພາຍໃນເມືອງເຂົ້າຮ່ວມທັງໜົດ……ຫາຍ, ຍິງ…..ສະຫາຍ ແລະ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມຄຳສັ່ງຂອຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລ ສພ, ລົງວັນທີ05 ກໍລະກົດ 2024 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳແຕ່ລະຂັ້ນ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 99/ ຄຈສພ, ລົງວັນທີ 26 ເມສາ 2024 ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ-ນະຄອນ, ແຈ້ງການສະບັບເລກທີ 186/ຄຈສພ, ລົງວັນທີ 03 ກໍລະກົດ 2024 ກ່ຽວກັບການເລື່ອກເຟັ້ນກຳມະການຄະນະບໍລິຫານງານພັກຊຸດປະຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂຕາມທີ່ນິຕິກຳໄດ້ກຳນົດໄວ້, ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລື່ອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່, ແຈ້ງການຂອງຄະນະປະຈຳພັກແຂວງ ເລກທີ 169/ຈຂ ຊຍ, ລົງວັນທີ 10 ພຶດສະພາ 2024 ກ່ຽວກັບການກະກຽມ ແລະ ດຳເນິນກອງປະຊຸມໃຫ່ຍອົງຄະນະພັກເມືອງ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 207/ຄພຂ, ລົງວັນທີ 06 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບລົງຕິດຕາມຢູ່ແຕ່ລະເມືອງ, ຄຳແນະນະຳຂອງຄະນະປະຈຳພັກເມືອງສະບັບເລກທີ 02/ຄພມ, ຊຖ, ລົງວັນທີ 28 ກັຍຍາ 2023 ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານສຳນັກງານ-ອົງການ, ກົມກອງ, ໂຮງຮຽນ ແລະ ຮາກຖານບ້ານໃນທົ່ວເມືອງ, ແຜນດຳເນີນງານຂອງຄະນະປະຈຳພັກເມືອງສະບັບເລກທີ 04/ຄພມ, ລົງວັນທີ 30 ເມສາ 2024 ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ, ກອງປະຊຸມໃຫ່ຍສະມາ ຊິກພັກ, ກອງປເະຊຸມໃຫ່ຍອົງການຈັດຕັ້ງມະຫາຊົນ, ແລະ ຮັບຟັງການຜ່ານໂຄງຮ່າງລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ, ຮ່າງບົດສຳຫຼວດບຸກຄົນໃນຄະນະພັກ, ສະມາຊິກພັກ, ບົດສຳຫຼວດຕົນເອງຂອງພະນັກງານ-ລັດຖະກອນທົ່ວໄປ, ແຜນຕາຕະລາງການເຄື່ອນໄຫວການດຳເນີນກອງປະຊຸມໃຫ່ຍສະມາຊິກພັກຄະນະພັກຮາກຖານ,ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ມາດຖານເງື່ອນໄຂຜູ້ທີ່ຈະອອກສະມັກເລື່ອກຕັ້ງເປັນຄະນະບໍລິຫານງານຊຸດໃໝ່ ແລະ ສະຫາຍ ຄຳຜາຍ ແກ້ວບົວ ຮອງປະທານແນວລາວສ້າງຊາດແຂວງ, ຮອງຫົວຄະນະຊີ້ນຳ ແລະ ຄະນະຮັບຜິດຊອບລົງຕິດຕາມຢູ່ເມືອງໄຊສະຖານກໍໄດ້ມີຄຳເຫັນຊີ້ນຳໃນການດຳເນີນການທາບຫ່າງສຽງຄະນະບໍລິຫານງານພັກເມືອງຊຸດໃໝ່ຮອບ 1 ແລະ ທາບທາມຄຳຕຳ ສົ່ງຂ່າວບຸກຄົນໃນຄະນະພັກເມືອງ ແລະ ຄຳຕຳນິຕໍ່ການນຳພາລວມຂອງຄະນະບໍລິຫານງານພັກເມືອງ ແລະຮັບຟັງການມະຕິຕົກລົງຂອງຄະນະປະຈຳພັກເມືອງສະບັບເລກທີ 60/ຄພມ, ລົງວັນທີ 30 ເມສາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບເຮັດທົດລອງດຳເນີນກອງປະຊຸມໃຫ່ຍສະມາຊິກພັກຢູ່ໜ່ວຍພັກຫ້ອງການສາທາລະນະສຸກເມືອງ, ໃນຕອນທ້າຍກໍ່ໄດ້ຮັບຟັງການມີຄຳເຫັນສັງລວມ ແລະ ຊີ້ນຳ ຂອງສະຫາຍ ຄຳຜາຍ ແກ້ວບົວ ຮອງປະທານແນວລາວສ້າງຊາດແຂວງ, ຮອງຫົວຄະນະຊີ້ນຳ ແລະ ຄະນະຮັບຜິດຊອບລົງຕິດຕາມຢູ່ເມືອງໄຊສະຖານ ຕືມອີກ.

ຂຽນ ແລະ ຂ່າວພາບ: ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa