ເມືອງເງິນ ເຊື່ອມຊືມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ວັນທີ 5 ສິງຫາ 2024 ນີ້ ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊືມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວເມືອງເງິນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ,ຮອງເລຂາ, ຄະນະພັກຮາກຖານ, ຄະນະໜ່ວຍພັກສໍານັກງານ, ອົງການ, ກົມກອງອ້ອມຂ້າງ ແລະ ສະມາຊິກ-ພັກພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເງິນ ໄດ້ເປັນກຽດຂື້ນເຊື່ອມຊືມ ເອກະສານອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ, ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລສພ, ລົງວັນທີ 5 ກໍລະກົດ 2024 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບ ຂອງຄະນະປະຈໍາພັກ ແຕ່ລະຂັ້ນ, ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 324/ຄພຂ, ລົງວັນທີ 6 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ- ປກສ ແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານສໍານັກງານ-ອົງການອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານພັກບ້ານ, ໃນທົ່ວແຂວງໄຊຍະບູລີ, ຜ່ານແຜນດໍາເນີນງານ ຂອງຄະນະປະຈໍາພັກແຂວງ ສະບັບເລກ 114/ຄພຂ.ຊຍ ລົງວັນທີ 18 ມີນາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຮາກຖານພັກສໍານັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ແຂວງ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະພັກແຂວງ, ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກເມືອງ, ສະບັບເລກທີ 183/ຄພມ.ມງ, ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຮາກຖານສໍານັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186/ຄຈສພ ລົງວັນທີ 3 ກໍລະກົດ 2024 ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກ ຊຸດປະຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂ ຕາມທີ່ນິຕິກໍາໄດ້ກໍານົດໄວ້, ເພື່ອເປັນເປົ້າໜາຍອອກທາບທາມ ບຸກຄະລາກອນ ທີ່ຈະອອກສະໜັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ແຕ່ລະຂັ້ນຊຸດໃໜ່, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 197/ຄຈສພ ລົງວັນທີ 8 ກໍລະກົດ 2024 ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ແລະ ກອງປະຊຸໃຫຍ່ຜູ້ແທນທົ່ວປະເທດ ຂອງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ຜ່ານແຈ້ງການຂອງຄະນະປະຈໍາພັກແຂວງ ສະບັບເລກທີ 169/ຄພຂ.ຊຍ ລົງວັນທີ 10 ພຶດສະພາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມອົງຄະນະພັກເມືອງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 326/ຄພຂ ລົງວັນທີ 6 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ຄະນະຮັບຜິດຊອບຊີ້ນໍາແຕ່ລະເມືອງ ແລະ ບັນດາຮາກຖານພັກພະແນກການ, ອົງການ, ລັດວິສາຫະກິດ ອ້ອມຂ້າງແຂວງ, ອົງຄະນະພັກ ປກຊ-ປກສ ແຂວງໄຊຍະບູລີ, ຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດສັງຄົມ, ຮ່າງໃບສໍາຫຼວດການນໍາພາລວມ ຂອງຄະນະພັກ, ສະມາຊິກພັກ ຄະນະພັກຮາກຖານ, ບຸກຄົນຄະນະພັກ, ພະນັກງານ-ລັດຖະກອນ.
ຈຸດປະສົງກໍ່ເພື່ອຍົກສູງຄວາມສາມາດນໍາພາຕໍ່ທຸກຂົງເຂດວຽກງານ, ທັງເປັນການເພີ່ມທະວີກໍາລັງແຮງສູ້ຮົບຂອງພັກ ຕິດພັນກັບການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນການປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ຂອງຄະນະບໍລິຫານງານພັກ ຂອງຄະນະພັກແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພັກໃນໄລຍະໃໜ່.
……………………
ຂ່າວ-ພາບ ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa