ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ
ໃນຕອນເຊົ້າວັນທີ 6 ກັນຍາ 2024 ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຕັ້ງຮໍ່າຮຽນເອກະສານອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ, ໃຫ້ກຽດບັນຍາຍເອກກະສານໃນຄັ້ງນີ້ໂດຍ ສະຫາຍ ສົມບຸນ ທີແກ້ວ ຫົວໜ້າຂະແໜງອົບຮົມ, ມີມະຫາຊົນກ້າວໜ້າມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 05 ສະຫາຍ, ຍິງ 04 ສະຫາຍ. ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ເປັນສະມາຊິກພັກ ຕ້ອງຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະ ໝັກໃຈ ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອເພີ່ມພະລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa