ທ່ານ ເລຂາທິການສູນກາງພັກລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ. ………………………….

ທ່ານ ເລຂາທິການສູນກາງພັກລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ.
………………………….
ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃຫ້ກຽດຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ເຈົ້າເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໃນໂອກາດລົງມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຄັ້ງນີ້ ທ່ານ ພົງສະຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານວ່າ: ຄະນະພັກ, ອົງການຈັດຕັ້ງທຸກຂັ້ນແມ່ນໄດ້ເອົາໃຈໃສ່ສ້າງພັກ ດ້ານການເມືອງ-ແນວຄິດດ້ວຍການນໍາເອົາແນວທາງນະໂຍບາຍ, ມະຕິ,ຄໍາສັ່ງຕ່າງໆ ຂອງພັກ ແລະ ລັດຖະບານ ລົງຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນແຕ່ລະໄລຍະ ໃຫ້ສະມາຊິກພັກ, ພະນັກງານ, ປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້. ປະຈຸບັນແຂວງໄຊຍະບູລີ ມີຮາກຖານທັງໝົດ 1.376 ຮາກຖານ ໃນນີ້ ມີ 83 ຄະນະພັກຮາກຖານ, ມີໜ່ວຍພັກຮາກຖານ 876 ໜ່ວຍພັກ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 417 ໜ່ວຍພັກ ແລະ ມີສະມາຊິກພັກທັງໝົດ 20.910 ສະຫາຍ, ຍິງ 6.023 ສະຫາຍ, ສະມາຊິກພັກສໍາຮອງ 858 ສະຫາຍ, ຍິງ 278 ສະຫາຍ ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ບັນດາເມືອງດໍາເນີນກອງປະຊຸມໃຫຍ່ຮາກຖານພັກຈໍານວນ 886 ໜ່ວຍພັກຮາກຖານເທົ່າກັບ 64,38% ໃນທົ່ວແຂວງ, ໃນນີ້ ໜ່ວຍພັກຮາກຖານບ້ານຈໍານວນ 446 ໜ່ວຍພັກ ເທົ່າກັບ 100% , ໜ່ວຍພັກສໍານັກງານອ້ອມຂ້າງເມືອງ 440 ໜ່ວຍພັກ. ຜ່ານການດໍາເນີນກອງປະຊຸມໃຫຍ່ຄະນະພັກປອດໃສ,ເຂັ້ມແຂງໜັກແໜ້ນ 763 ໜ່ວຍພັກ, ໜ່ວຍພັກກາງ 119ໜ່ວຍພັກ, ອ່ອນ 3 ໜ່ວຍພັກ ແລະ ບໍ່ແບ່ງ 1 ໜ່ວຍພັກ, ສະມາຊິກພັກທີ່ຖືກກວດກາທັງໝົດ 13.833 ສະຫາຍ ຍິງ 4.155 ສະຫາຍ ໃນນີ້ ໄດ້ປະເພດແຂງ 11.654 ສະຫາຍ ຍິງ 3.597 ສະຫາຍ , ກາງ854 ສະຫາຍ ຍິງ 181 ສະຫາຍ, ອ່ອນ 19 ສະຫາຍ ຍິງ 3 ສະຫາຍ, ເສຍທາດ 5 ສະຫາຍ ຍິງ 1 ສະຫາຍ, ບໍ່ແບ່ງ 1.301 ສະຫາຍ ຍິງ 373 ສະຫາຍ. ຈາກນັກນັ້ນຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສໍາເລັດຕາມລະດັບຄາດໝາຍ. ຕອນທ້າຍກອງປະຊຸມ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາທຸກຂັ້ນຈົ່ງສຶບຕໍ່ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກພະນັກງານຂັ້ນຕ່າງໆໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງບາງດ້ານການເມືອງແນວຄິດ, ເອົາໃຈໃສ່ຍູ້ແຮງການສ້າງເສດຖະກິດ- ສັງຄົມ ເປັນຕົ້ນແມ່ນການຜະລິດພາຍໃນໃຫ້ແຂງແຮງ ແລະ ຫຼາຍຂຶ້ນ ແລະກາຍເປັນສິນຄ້າ, ເອົາໃຈໃສ່ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ສຶບຕໍ່ກະກຽມໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ແລະ ເອົາໃຈໃສ່ບັນຫາປະກົດການຫຍໍ້ທໍ້ພາຍໃນໃຫ້ມີຜົນສໍາເລັດ ແລະ ເປັນລະບຽບຮຽບຮ້ອຍດີ.
………………………

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa