ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975-2 ທັນວາ 2024 ), ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ( 13 ທັນວາ 1920-13 ທັນວາ 2024 )ໃນຕອນເຊົ້າຂອງວັນທີ 5 ທັນວາ 2024 ນີ້ ທ່ານ ພອນສະຫວັນ ວໍລະສັກ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ພ້ອມດ້ວຍບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸໂສບໍານານ, ລັດວິສາຫະກິດ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນເມືອງໄດ້ພ້ອມກັນວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ປະທານ, ບັນດາບັນພະບູລຸດລາວຜູ້ທີ່ໄດ້ອຸທິດເຮື່ອແຮງ, ເລືອດເນື້ອ, ຊີ້ວິດໃນການຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ອະທິປະໄຕ ແລະຜືນແຜ່ນດິນມາສູ່ປວງຊົນລາວທັງຊາດ ແລະ ທັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພ້ອມນີ້ບັນດາກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸໂສບໍານານ, ລັດວິສາຫະກິດ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນເມືອງ ຍັງໄດ້ເຂົ້າຮ່ວມຮັບຟັງການປາຖະກາຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ເຊິ່ງໃຫ້ກຽດປາຖະກາຖາໂດຍທ່ານ ພອນສະຫວັນ ວໍລະສັກ ວ່າການເຈົ້າເມືອງ ເຊິ່ງ ວັນຊາດທີ 2 ທັນວາ 1975ແມ່ນວັນທີ່ມີຄວາມໝາຍ ຄວາມສໍາຄັນຂອງທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ: “ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ,ໄຊຊະນະນັ້ນບໍ່ສະເພາະແຕ່ ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທຳອິດ ທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ຈິງ ຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າ ຂອງປວງຊົນລາວ ກໍຄື ຂອງມວນມະນຸດປະກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກ ຂອງພວກເຮົາ”, ຍົກໃຫ້ເຫັນຜົນງານ ແລະປະຫວັດການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ຕະຫຼອດຊີວິດຂອງ ປະທານ ໃນການທຸ່ມເທທຸກຢ່າງໃຫ້ກັບພາລະກິດປະຕິວັດ ເຊິ່ງມີຫຼາຍວິລະກໍາອັນລໍ້າເລີດ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈກໍາມະຊີບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈໍານົນຕໍ່ສັດຕູ, ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ຢ່າງບໍ່ມີຂີດຈໍາກັດ ເຊິ່ງສະແດງອອກຢູ່ໃນພຶດຕິກໍາຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈາກການຕໍ່ສູ້ດ້ວຍສອງຝາມືເປົ່າ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ທັງໝົດນັ້ນແມ່ນຍ້ອນຄວາມສະຫຼາດຫຼັກແຫຼມ, ຄວາມມີໄຫວພິບຂອງພັກເຮົາ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ. ຮັບຟັງການປາຖະກາຖາເລົ່າຄືນກ່ຽວກັບວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ນຍິງ ວັນທີ 25 ພະຈິກ 2024. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເລົ່າຄືນປະຫວັດການສ້າງຕັ້ງເມືອງໄຊສະຖານ ຄົບຮອບ 15 ປີ ເຊິ່ງໃຫ້ກຽດຂື້ນເລົ່າຄືນປະຫວັດວັນດັ່ງກ່າວ ໂດຍທ່ານ ວົງແກ້ວ ຫຼວງສົມພັນ ອະດີດເລຂາພັກເມືອງ ອາດີດເຈົ້າເມືອງ.
ທັງນີ້ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື້ອຂອງພັກ, ເສີມຂະຫຍາຍບົດຮຽນອັນດີງາມຂອງບັນພະບູລຸດລາວ ທີ່ໄດ້ສ້າງປະຫວັດສາດອັນພິລະອາດຫານໄວ້, ເສີມຂະຫຍາຍມູນເຊື້ອສາມັກຄີຂອງປະຊາຊົນລາວທັງຊາດ ໃຫ້ຮັ່ງມີຜາສຸກ ປະເທດຊາດເຂັ້ມແຂງ, ສັງຄົນມີຄວາມປອງດອງ,ປະຊາທິປະໄຕຍຸຕິທໍາ ແລະ ສີວິໄລ ໃຫ້ບັນດາສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ.
ພາບ+ຂ່າວ: ຄະນະໂຄສະນາອົບຮົມເມືອງໄຊສະຖານ