ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ.

ໃນຕອນເຊົ້າວັນທີ 23 ທັນວາ 2024 ຜ່ານມານີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IX ຂອງຕົນຂື້ນ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ອາເມ ຊົງເຍ້ຽເລັ່ງ ເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີຄະນະໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ສະຫາຍ ອາເມ ຊົງເຍ້ຽເລັ່ງ ເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານຮ່າງລາຍງານການເມືອງທັງສອງພາກ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ, ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ,  ຂໍໍ້ຄົງຄ້າງ, ສາເຫດບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 05 ປີຜ່ານມາ, ເຊີ່ງຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ໄດ້ເອົາໃຈໃສ່ຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແລະ ນໍາພາຈັດຕັ້ງເຊື່ອມຊຶມບັນດາເອກະສານຕ່າງໆຂອງພັກ – ລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ ເຮັດໃຫ້ສະມາຊິກພັກ- ພະນັກງານ ມີຄວາມເປັນເອກະພາບສູງ ຕໍ່ກັບແນວທາງການປ່ຽນແປງໃໝ່ ແລະ ເຊື່ອໝັ້ນຕໍ່ອຸດົມການຂອງພັກ,  ນໍາພາຮ່ວມຊີວິດພັກເປັນປະຈໍາທຸກໆເດືອນ  ດ້ວຍຍຶດໝັ້ນປະຕິບັດຢ່າງເຂັ້ມງວດ 05 ຫຼັກການ 03 ທິດນໍາ ໃນການກໍ່ສ້າງພັກ ແລະ ປະຕິບັກໜ້າທີ່ວຽກວິຊາສະເພາະຕາມພາລະບົດບາດໜ້າທີ່ ແລະ ຂອບເຂດສິດ ທີ່ກົດໝາຍໄດ້ກໍານົດໄວ້ ດ້ວຍຄວາມປອດໃສ່ ແລະ ທ່ຽງທໍາ.

ຜ່ານການຕິລາຄາແບ່ງປະເພດຕາມ 05 ເນື້ອໃນ ສາມາດແບ່ງປະເພດສະມາຊິກພັກໄດ້ປະເພດແຂງ 15 ສະຫາຍ, ຍິງ 05 ສະຫາຍ, ປະເພດຂະແໜງການມີ 04 ຂະແໜງການ ໄດ້ປະເພດແຂງ, 03 ອົງການຈັດຕັ້ງມະຫາຊົນ ໄດ້ປະເພດແຂງ, ປະເພດໜ່ວຍພັກເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.

ຈາກນັ້ນ, ຄະນະໜ່ວຍພັກຊຸດເກົ່າກໍໄດ້ຂື້ນກ່າວລາໜ້າທີ່ ແລະ ນໍາພາປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊີ່ງມີຜູ້ອອກສະໝັກເລືອກຕັ້ງ 05 ສະຫາຍ, ເລືອກເອົາ 03 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ອາເມ ຊົງເຍ້ຽເລັ່ງ ເປັນເລຂາໜ່ວຍພັກ, ສະຫາຍ ໄຊຊານົນ ທີແກ້ວ ເປັນຮອງເລຂາທັງເປັນປະທານກວດກາ, ສະຫາຍ ສົມປະສົງ ໄຊຍະລາດ ເປັນຄະນະ.

ກອງປະຊຸມຍັງໄດຮັບຮອງເອົາຜູ່ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫ່ຍສະໄໝ VII ຂອງອົງຄະນະພັກແຂວງໄຊຍະບູລີ ຈໍານວນ 03 ສະຫາຍ, ສໍາຮອງ 01 ສະຫາຍ  ໃນນັ້ນຍັງໄດ້ຜ່ານຂໍ້ແຂ່ງຂັ້ນຮັກຊາດ ແລະ ພັດທະນາ  ແລະ ຈັບມືແຂ່ງຂັນກັນ ເພື່ອພ້ອມກັນຈັດຕັ້ງປະຕິປະບັດ 05 ປີຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດຄາດໝາຍທີ່ວາງໄວ້.

+ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa