ພິທີສະເຫຼີມສະຫຼອງບຸນປີໃໝ່ ( ກິນຈຽງ ) ຂອງເຜົ່າມົ້ງ ຢູ່ເມືອງເງິນ ແຂວງໄຊຍະບູລີ.

ວັນທີ 05ມັງກອນ 2025 ນີ້. ຢູ່ທີ່ເດີ່ນຫ້ອງປະຊຸມບ້ານນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໜ່ ( ກິນຈຽງ ) ຂອງເຜົ່າມົ້ງ,  ເປັນກຽດເຂົ້າຮ່ວມ ມີທ່ານ ອາເມຊົງ ເຢ້ຽເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງ-ເມືອງເງິນ, ມີທ່ານ ອິນເນດ ຂຽວສີຟ້າ ປະທານ ແນວລາວສ້າງຊາດເມືອງ, ມີທ່ານ ແນັກສັນ ສົມສັກ ນາຍບ້ານ-ບ້ານນໍ້າເງິນ, ມີບັນດາການນໍາຂອງແຂວງ, ການນຳຂອງເມືອງ, ຫົວໜ້າຫ້ອງການ, ກົມກອງ, ນາຍບ້ານ, ຫົວໜ້າຊິງຊາວ, ເຈົ້າກົກເຈົ້າເລົ່າ ແລະ ພໍ່ແມ່ປະຊາຊົນ ຈາກບັນດາບ້ານຕ່າງພາຍໃນເມືອງ ຕ່າງແຂວງ, ຕ່າງປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ແນັກສັນ ສົມສັກ ນາຍບ້ານ-ບ້ານນໍ້າເງິນ ໄດ້ກ່າວໄຂພິທີສະເຫຼີມສະຫຼອງບຸນປີໃໝ່ ( ກິນຈຽງ ) ຂອງເຜົ່າມົ້ງ  ເຊິ່ງເປັນບຸນປະເພນີທີ່ເຄີຍສຶບທອດກັນມາແຕ່ດົນນານແລ້ວ ແລະ ໄດ້ຊັບປ່ຽນໜູນວຽນກັນເປັນເຈົ້າພາບໃນທຸກໆປີ ທັງເປັນການອານຸລັກປົກປັກຮັກສາປະເພນີ ວັດທະນະທໍາ ຂອງເຜົ່າໄວ້ໃຫ້ໜັ້ນຄົງຕະຫຼອດໄປ, ທັງເປັນການສະຫຼອງຜົນການເກັບກ່ຽວ ຜົນຜະລິດກະສິກໍາປະຈໍາປີ ເປັນຕົ້ນ ແມ່ນເຂົ້າໄຮ່, ເຂົ້ານາ, ເຜືອກ, ມັນ ແລະ ອື່ນໆ ຂອງຊົນເຜົ່າມົ້ງ, ທັງເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງບ້ານຕໍ່ບ້ານໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ເປັນການກໍາຈັດປັດເປົ່າສິ່ງບໍ່ດີ ໃຫ້ຕົກໄປນໍາປີເກົ່າ ປີໃໝ່ໃຫ້ມີແຕ່ສຸຂະພາບແຂງແຮງ ມີໂຊກມີລາບ ຕະຫຼອດປີ.

ຂ່າວ : ຖວທ ເມືອງເງິນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa