ວ່າການ ເຈົ້າເມືອງ ເມືອງໄຊສະຖານໄດ້ໄປພົບປະໂອ້ລົມກັບຄະນະບ້ານ ແລະ ປະຊາຊົນບ້ານສະແມດໃຫ່ຍ

ໃນຕອນເຊົ້າຂອງວັນທີ 24 ມັງກອນ 2025 ທີ່ຜ່ານມາ ທ່ານ ພອນສະຫວັນ ວໍລະສັກ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໄຊສະຖານ ໄດ້ລົງຊຸກຍູ້ ພ້ອມທັງສະເໜີຕົວຕໍ່ຄະນະບ້ານ, ຂະແໜງການຂອງບ້ານ,ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ສະແມດໃຫ່ຍ ຫຼັງຈາກນັ້ນ ທ່ານ ແຂງມະນີ ເລຂາໜ່ວຍພັກບ້ານ, ນາຍບ້ານໄດ້ຂື້ນລາຍງານໂດຍຫຍໍ້ຂອງບ້ານຕໍ່ສະຫາຍວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໄຊສະຖານ ໄດ້ຮັບຮູ້ ເຊິ່ງບ້ານສະແມດໃຫ່ຍ ຫ່າງຈາກເທດສະບານ ເມືອງໄປທາງທິດຕາເວັກອອກ 11 ກິໂລແມັດ ທົ່ວບ້ານມີ 19 ໜ່ວຍຄຸ້ມຄອງ, ມີ 247 ຄອບຄົວ, ມີພົນລະເມືອງທັງໜົດ 1,320 ຄົນ, ຍິງ 665 ຄົນ, ແຮງານຕົ້ນຕໍ່ 659 ຄົນ, ແຮງງານສຳຮອງ.241 ຄົນ, ຄອບຄົວພົ້ນທຸກ 191 ຄອບຄົວ, ເທົ່າກັບ 73,33 %ຂອງຄອບຄົວທັງໜົດ, ຄອບຄົວທຸກຍາກ 56 ຄອບຄົວ ເທົ່າກັບ 22,67 % ອາຊີບຂອງປະຊາຊົນສ່ວນຫຼາຍແມ່ນອາຊີບເຮັດໄຮ່ປູກເຂົ້າ ແລະ ອາຊີບສຳຮອງແມ່ນປູກຊາ, ປູກແຂມ, ເຜືອກ, ໝາກເດືອຍ, ຄ້າຂາຍບໍລິການ ແລະ ອຶນໆ ດ້ານເສດຖະກິດຂອງບ້ານສາມາດເກັບລາຍຮັບທັງໜົດ 8 ຕື້75 ລ້ານກວ່າກີບ, ສະເລ່ຍໃສ່ຫົວຄົນໜຶ່ງບັນລຸນໄດ້ 6.120.000 ກີບຕໍ່ຄົນຕໍ່ປີ ມີຄອບຄົວຊົມໃຊ້ໄຟຟ້າກວມເອົາ 98 %ຂອງຄອບຄົວທັງໜົດ, ເສັັ້ນທາງຄົມມະນາຄົມບ້ານຫາ່ເມືອງ ເມືອງຫາແຂວງແມ່ນສາມາດທ່ຽວໄດ້ຕະຫຼອດປີ ເພາະວ່າເປັນເສັ້ນທາງຜ່ານບ້ານຫາເມືອງດ້ານຂົງເຂດວັດທະນະທຳສັງຄົມໄດ້ມີການພັດທະນາ, ປັບປຸງດີຂຶ້ນເປັນກ້າວ  ແລະ ສາມາດປະກາດບ້ານແບບຢ່າງດ້ານຕ່າງໆຄຶ: ໜ່ວຍຊາວໜຸ່ມ 4 ບຸກ, ບ້ານສະຫະພັນແມ່ຍິງ 3 ດີ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານແບບຢ່າງປະຕິບັດກົດໝາຍ, ບ້ານແບບຢ່າງສາທາລະນະສຸກ, ບ້ານພັດທະນາດ້ານສີມືແຮງງານ, ບ້ານແບບຢ່າງຢຸດຕິການຖ່າຍຊະຊາຍ, ບ້ານປອດຢາເສບຕິດ, ບ້ານຢຸດຕິການຖ່າງປ່າເຮັດໄຮ່ເເບບເລື່ອນລອຍ, ບ້ານ ສະອາດ ສີຂຽວ ງາມຕາ ແລະ ບ້ານ ສາມັກຄີປອງດອງ ແລະ ວຽກງານປ້ອງກັນຊາ່ດ-ປ້ອງກັນຄວາມສະຫງົບກໍ່ໄດ້ມີການເຄື່ອນ ໄຫວຕາມສິດພາລະບົດບາດໜ້າທີຂອງຕົນສາມາດເຮັດໃຫ້ພາຍໃນບ້ານໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ ແລະ ໃນຕອນທ້າຍຍັງໄດ້ຮັບຟັງການມີຄຳເຫັນຊີ້ນຳ ແລະ ໂອ້ລົມຈາກ ທ່ານ ພອນສະຫວັນ ວໍລະສັກ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ເຊິງກ່ອນອືນໜົດເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຂອງຄະນະບ້ານ, ຂະແໜງການບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານຍາດມາໄດ້ໃນຫຼາຍດ້ານເປັນຕົ້ນແມ່ນດ້ານເສດ ຖະກິດຂອງບ້ານໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ທ່ານຍັງໄດ້ເນັ້ນໜັກບາງດ້ານເຊັ່ນ: ການຊຸກຍູ້ລູກຫຼານຂອງຕົນໃຫ້ໄດ້ເຂົ້າຮຽນເປັນປົກກະຕິຕໍ່ເນື່ອງ, ເກັບກຳເປົ້າໝາຍບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ການສ້າງເສດຖະກິດໃຫ້ດີຂຶ້ນເປັນກ້າວໆ ສາມາດກາຍເປັນຕົວແບບດ້ານຕ່າງໆໃຫ້ໄດ້ 1- 2 ຕົວແບບຂຶ້ນໄປ ໂດຍຕິດພັນກັບການສ້າງຂະບວນການດ້ານຕ່າງໆເພື່ອຂັບນັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ III ຂອງອົງຄະນະພັກເມືອງ, ອົງການແນວລາວສ້າງຊາດເມືອງ ແລະ ວັນສຳຄັນຂອງພັກ, ຂອງຊາດ, ມີການຊຸກຍູ້, ຕິດຕາມກວດກາເປັນປະຈຳ ເພື່ອເຮັດໃຫ້ບັນດາຂະແໜງການຂອງບ້ານໄດ້ມີການເຄື່ອນໄຫວເປັນປົກກະຕິຕໍ່ເນື່ອງ ແລະ ໃຫ້ເຂັ້ມແຂງ, ສ້າງໃຫ້ໄດ້ບຸກຄົນທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກ-ວິທີນໍາພາ ແລະ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫົງບຂອງບ້ານ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນສາມາດກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ. ທີຈະໄດ້ໄຂຂຶ່້ນໃນມໍ່ໆນີ້ ໃຫ້ມີຂະບວນການຢ່າງຟົດຟື້ນຕືມອີກ.

                           ຂ່າວ ແລະ ພາບ: ໂດຍ ສະຫາຍ ສະຫວ່າງ ແສງທອງຄໍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa