ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີເຂົ້າຮ່ວມ ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອດຮ່ວມກັບຄະນະກໍາມະການຕ້ານເອດແຂວງໄຊຍະບູລີ, ແຂວງຫຼວງພະບາງ. ……………….

ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອດຮ່ວມກັບຄະນະກໍາມະການຕ້ານເອດແຂວງໄຊຍະບູລີ, ແຂວງຫຼວງພະບາງ ໄດ້ຈັດຂຶ້ນທ້າຍເດືອນມັງກອນທີ່ຜ່ານມານີ້ ເປັນກຽດເຂົ້າຮ່ວມຂອງທ່ານ ສາດສະດາຈານ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອດ, ທ່ານ ອາເມ ຊົງເຢັຍເລັງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມທ່ານ ສາດສະດາຈານ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອດ ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະ

ນະສຸກແຂວງ ໄດ້ລາຍງານສະພາບວຽກງານການກັນ ແລະ ຄວບຄຸມເຊື້ອເຮສໄອວີ ພະຍາດເອດ ຢູ່ແຂວງໄຊຍະບູລີ ວ່າ: ໃນປີ 1997-2024 ມີຜູ້ຕິດເຊື້ອເຮສໄອວີ ກໍລະນີທໍາອິດ 1997, ຜູ້ເປັນພະຍາດເອດ ກໍລະນີທໍາອິດ 1997 ຕົວເລກສະສົມຂອງຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດ ປີ 1997-2024, ຈໍານວນເມືອງທີ່ລາຍງານ 10 ເມືອງ ,ຈໍານວນຕົວຢ່າງເລືອດທີ່ໄດ້ກວດ 45,458 ເທື່ອຄົນ, ຍິງ 30,383 ຄົນ, ຈໍານວນຄົນທີ່ຕິດເຊື້ອເຮສໄອວີ 490 ຄົນ ຍິງ 198 ຄົນ, ຈໍານວນຄົນທີ່ເປັນພະຍາດເອດ 162 ຄົນ ຍິງ 62 ຄົນ, ຈໍານວນຄົນທີ່ຕາຍຍ້ອນພະຍາດເອດ 45 ຄົນ ຍິງ  28 ຄົນ, ຈໍານວນຄົນຕິດເຊື້ອເຮສໄອວີ ແລະ ພະຍາດເອດຍັງມີຊີວິດ 445 ຄົນ ຍິງ 170 ຄົນ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ກໍເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນວຽກງານການກັນ ແລະ ຄວບຄຸມເຊື້ອເຮສໄອວີ ພະຍາດເອດ ເພື່ອຊຸກຍູ້ໃຫ້ເຂົ້າເຖິງການບໍລິການປ້ອງກັນທີ່ມີຄຸນນະພາບ ເພື່ອເຂົ້າເຖິງການບໍລິການກວດເລືອດ, ປິ່ນປົວ ແລະ ດູແລ ເບິ່ງແຍງໃຫ້ມີຄຸນະພາບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa